ກະຊວງ ອຄ ເຊື່ອມຊືມ 2 ວັນສຳຄັນທາງປະຫວັດສາດ ລາວ-ຫວຽດນາມ 

67

ກະຊວງອຸດສາຫະກຳ ແລະການຄ້າໄດ້ຈັດພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/ 2022) ແລະ ການສ້າງສາຍພົວພັນການທູດ ລາວຫວຽດນາມ ຄົບຮອບ 60 ປີ (5/9/ 1962-5/9/2022) ແລະ ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ປະຈຳປີ 2021 ມີຂຶ້ນໃນວັນທີ 27 ກໍລະກົດ 2022ນີ້ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດກົມການເມືອງສູນກາງພັກ, ອາດິດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າ.


ໃນພິທີທ່ານ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າກ່າວວ່າ: ເນື່ອງໃນພິທີໂຄສະນາ-ປາຖະກະຖາ ປີສາມັກຄີມິດ ຕະພາບ ລາວ-ຫວຽດນາມ, ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ການສ້າງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 (5/9/1962-5/9/2022) ໂດຍອີງຕາມແຈ້ງການແນະນຳ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 23/ຄອສພ, ລົງວັນທີ 30 ມີນາ 2022 ກ່ຽວກັບວັນດັ່ງກ່າວ ມື້ນີ້ເປັນໂອກາດໜຶ່ງທີ່ສຳຄັນ ພວກເຮົາຈັດຕັ້ງພິທີຂຶ້ນໃນມື້ນີ້ ເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງສອງພັກ-ສອງລັດຖະບານ ລາວ-ຫວຽດນາມ ຊຶ່ງທັງສອງປະເທດ ກໍ່ຄື ກະຊວງ ອຄ ໄດ້ຈັດຕັ້ງພິທີດັ່ງກ່າວຂຶ້ນທຸກໆປີ ເພື່ອພ້ອມກັນ ສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອລະນຶກເຖີງມູນເຊື້ອທີ່ດີ ທີ່ສອງພັກ-ສອງຊາດ ລາວ-ຫວຽດນາມ ໄດ້ມີການຮ່ວມມື ກັນມາເປັນເວລາດົນນານ.

ແຕ່ສຳລັບປີນີ້ 2 ພັກ, 2 ລັດຖະບານໄດ້ພ້ອມກັນຈັດພິທີສະເຫຼີມສະຫຼອງຍິ່ງໃຫຍ່ກ່ອນ ທຸກຄັ້ງທີ່ຜ່ານມາ, ໂດຍສະເພາະຂະແໜງ ອຄ ມີ 6 ກິດຈະກຳ ຄື: 1. ພິທີປາຖະກະຖາ, 2. ງານວາງສະແດງສິນຄ້າລາວ-ຫວຽດນາມ ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-29 ສິງຫາ 2022 ທີ່ສູນການຄ້າ ລາວ-ໄອເຕັກ, 3. ກອງ ປະຊຸມປຶກສາຫາລືວຽກງານແຜນການຮ່ວມມື 3 ກະຊວງ ຊຶ່ງຄາດຄະເນຈະໄດ້ຈັດຂຶ້ນໃນຕົ້ນເດືອນ ຕຸລາ 2022 ທີ່ ສສ ຫວຽດນາມ, 4. ປັບປຸງ ແລະ ເຊັນສັນຍາການຄ້າສອງຝ່າຍ, 5. ການຍ້ອງຍໍບຸກຄົນ ແລະ ກົມກອງ ຜູ້ທີ່ມີ ຜົນງານປະກອບສ່ວນເຂົ້າໃນການພົວ ພັນຮ່ວມມື ລາວ-ຫວຽດນາມ, 6. ກິດຈະກຳກິລາ ລະຫວ່າງ ກະຊວງ ອຄ ແລະ ສະຖານທູດຫວຽດນາມ ປະຈຳລາວ.


ພ້ອມນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ, ອາດິດຮອງນາຍົກລັດຖະມົນຕີ ຍັງໄດ້ເລົ່າຄືນ ແລະ ເຜີຍແຜ່ເອກະສານ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ຄົບຮອບ 45 ປີ (18/7/1977 18/7/2022) ແລະ ການສ້າງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ເຊິ່ງເປັນ 2 ວັນປະຫວັດສາດ ທີ່ມີຄວາມໝາຍ, ຄວາມສໍາຄັນ ເພື່ອລະນຶກເຖີງມູນເຊື້ອທີ່ສອງຊາດ ລາວ-ຫວຽດນາມ ທີ່ໄດ້ມີການຮ່ວມມືໄລຍະຜ່ານມາ ແລະ ສາຍພົວພັນໄມຕີຈິດມິດຕະພາບສອງຊາດອ້າຍນ້ອງ ລາວ-ຫວຽດນາມໃຫ້ຍືນຍົງ ແລະ ຄົງຢູ່ຕະຫຼອດໄປດ້ວຍ.


ໂອກາດດຽວກັນ ຍັງໄດ້ມີພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ປະຈໍາປີ 2021 ໃຫ້ກັບ 24ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ, ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021ນຳອີກ.