ຜະລິດຕະພັນໂອດອບແຫ່ງຊາດ ປີ້ງໄກ່ເຊໂນຕ້ອງມີກາໝາຍ ແລະຜະລິດຕະພັນຫຸ້ມຫໍ່

46

ຖ້າເວົ້າເລື່ອງອາຫານອີກໜຶ່ງຢ່າງທີ່ຂຶ້ນຊື່ ຂອງແຂວງສະຫວັນນະເຂດ ແລະ ຫຼາຍຄົນຕ້ອງຮູ້ຈັກກັນດີນັ້ນກໍ່ຄືປີ້ງໄກ່ເຊໂນ ເຊິ່ງຖືວ່າເປັນອາຫານຂຶ້ນຊື່ຂອງແຂວງ ກາຍໄປຕ້ອງແວ່ກິນ ເປັນທີ່ນິຍົມຂອງຄົນຈາກຫຼາຍບ່ອນ ແລະ ມີຄຳໜຶ່ງທີ່ຟັງແລ້ວຮູ້ສຶກເຮັດໃຫ້ຢາກລອງຄື ຖ້າບໍ່ໄດ້ກິນປີ້ງໄກ່ ເໝືອນບໍ່ໄດ້ໄປເຊໂນ ຫຼ້າສຸດອາຫານດັ່ງກ່າວຈະມີກາໝາຍ ແລະຜະລິດຕະພັນຫຸ້ມຫໍ່

ເພື່ອເປັນການຍູ້ແຮງການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ຕິດພັນກັບການສົ່ງເສີມທຸລະກິດ ຂະໜາດນ້ອຍ-ຂະໜາດກາງ SMEs ກໍ່ຄືການສົ່ງເສີມຜູ້ປະ ກອບການ ປີ້ງໄກ່ລາດເຊໂນທີ່ໄດ້ ຮັບຄວາມນິຍົມຊົມຊອບ ແລະມີຊື່ ສຽງໂດ່ງດັງທັງພາຍໃນແຂວງ, ຕ່າງແຂວງ ແລະຕ່າງປະເທດ, ເຊິ່ງສະມາຄົມປີ້ງໄກ່ລາດເຊໂນ ໄດ້ປະກາດສ້າງຕັ້ງກຸ່ມມາແຕ່ປີ 2016 ເຊິ່ງໃນໄລຍະນັ້ນ, ມີສະມາ ຊິກກຸ່ມພຽງແຕ່ 36 ຮ້ານ, ແຕ່ມາ ຮອດປະຈຸບັນ ມີເຖິງ 66 ຮ້ານ, ໃນນັ້ນ 15 ຮ້ານແມ່ນໄດ້ຮັບຮອງ ເປັນສິນຄ້າກາໝາຍໂອດອບແຫ່ງ ຊາດ.

ດັ່ງນັ້ນ, ເພື່ອເຮັດໃຫ້ຜະລິດ ຕະພັນສິນຄ້າໂອດອບແຫ່ງຊາດ ປີ້ງໄກ່ລາດເຊໂນ ໃຫ້ໄດ້ຮັບການ ຍອມຮັບ ແລະຖືກສຸຂະອະນາໄມ ແລະເປັນເອກະລັກສະເພາະ, ມາໃນວັນທີ 21 ກໍລະກົດ 2022 ທາງພະແນກອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ ເຊິ່ງນຳໂດຍທ່ານ ໄຊຍະເດດ ຜຸຍ ຍະວົງ ຮອງຫົວໜ້າພະແນກ ໄດ້ລົງ ສົມທົບກັບທ່ານ ຄຳພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ພ້ອມ ດ້ວຍຄະນະກຳມະການທຸກພາກ ສ່ວນ, ໄດ້ຮ່ວມປຶກສາຫາລື ເພື່ອ ສ້າງໂລໂກ້ ແລະສິ່ງບັນຈຸຫຸ້ມຫໍ່ ຜະລິດຕະພັນປີ້ງໄກ່ລາດເຊໂນໃຫ້ ມີຄວາມສະອາດຈົບງາມ ແລະ ຄວາມປອດໄພຂອງຜູ້ບໍລິໂພກ.

ໂອກາດນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ກໍ່ໄດ້ເນັ້ນໜັກໃຫ້ຄະນະ ກຳມະການຂັ້ນເມືອງ ກໍ່ຄືກຸ່ມຜູ້ປະ ກອບການ ຈົ່ງພ້ອມກັນສົ່ງເສີມ, ປັບປຸງ, ສ້າງຄວາມເຂັ້ມແຂງຂອງ ສະມາຄົມ, ໂດຍສະເພາະສະຖານ ທີ່ບໍລິການ ໃຫ້ມີຄວາມສະອາດ, ເປັນລະບຽບຮຽບຮ້ອຍ, ສິ່ງສຳ ຄັນໃຫ້ຮັບປະກັນດ້ານສຸຂະອະ ນາໄມ ແລະຄວາມປອດໄພຂອງ ຜູ້ບໍລິໂພກ, ພ້ອມກັນສ້າງຜະລິດ ຕະພັນ ໃຫ້ໄດ້ມາດຕະຖານ ແລະ ມີຄວາມຍືນຍົງ, ມີຄວາມຊື່ສັດ, ຈິງໃຈ, ນອກນັ້ນ ໃນສະມາຄົມປີ້ງ ໄກ່ລາດເຊໂນຕ້ອງມີລະບອບປະ ຊຸມ, ປຶກສາຫາລື, ສ່ອງແສງ ເພື່ອ ເປີດໂອກາດໃຫ້ສະມາຊິກມີຄຳ ເຫັນໃນການປັບປຸງໃຫ້ສະມາຄົມ ມີການພັດທະນາຂຶ້ນໄປເລື້ອຍໆ.


ສະຫວັນພັດທະນາ