ສວນນ້ຳພຸ ຊຽງຍືນກັບຄືນສູ່ການດູແລຂອງພາກລັດອີກຄັ້ງ

496

ສວນນ້ຳພຸຊຽງຍືນ ແຕ່ກ່ອນເປັນຈຸດສູນກາງທີ່ຄົນຮັບຮູ້ຫຼາຍທີ່ສຸດຈຸດໜຶ່ງໃນນະຄອນຫຼວງວຽງຈັນ ເປັນສວນສາທາລະນະທີ່ຜູ້ຄົນທຳມະດາທົ່ວໄປມັກໄປນັ່ງ ໄປຍ່າງຫຼີ້ນເພີນໆໃນຍາມວ່າງ ເພື່ອເບິ່ງນ້ຳ ແລະພັກຜ່ອນຢ່ອນອາລົມ ແລະກໍເປັນເຂດທີ່ນັກທ່ອງທ່ຽວຕ່າງປະເທດມັກນັດກັນມາພົບພໍ້ ຂຶ້ນລົດ-ລົງລົດທີ່ນີ້ຈົນບັນດາໂຊເຟີຕຸກໆຈ້ຳໂບ້ເວົ້າກັນຕິດປາກວ່າ “Numphou Center”.

ສວນນ້ຳພຸ ຊຽງຍືນ ເມືອງຈັນທະບູລີ ເມືອງຈັນທະບູລີ ທີ່ເຄີຍເປັນສວນສາທາລະນະເກົ່ານັ້ນ ມາຮອດປີ 2011 ບໍລິສັດ ເອເຊຍ ລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດ ຜູ້ດຽວ ໄດ້ມາສຳປະທານ ປັບປຸງ ແລະ ພັດທະນາໃຫ້ມີຄວາມງົດງາມ, ກາຍເປັນເຂດພັກຜ່ອນ ແລະ ທ່ອງທ່ຽວອີກສະຖານທີ່ໜຶ່ງ ໃນນັ້ນມີຮ້ານກິນດື່ມ ຮ້ານອາຫານອ້ອມຮອບ ຖືວ່າເປັນສີສັນໃໝ່ອີກແບບໜຶ່ງ ດັ່ງນັ້ນມາຮອດປະຈຸບັນເຫັນວ່າສວນນໍ້າພຸດັ່ງກ່າວຄວນ ຈະໄດ້ຮັບການພັດທະນາເປັນສວນສາທາລະນະ ແລະ ໃຫ້ທຸກຄົນໄດ້ກັບມາຊົມໃຊ້ຄືເກົ່າ ແລະ ທາງບໍລິສັດ ກໍໄດ້ກະກຽມສົ່ງຄືນສວນນໍ້າພຸດັ່ງກ່າວ ຄືນໃຫ້ພາກລັດເປັນຜູ້ຄຸ້ມຄອງ. ພ້ອມຈະມີການປັບປຸງໃຫ້ກາຍເປັນເຂດອະນຸລັກພາບວາດ ແລະ ປະຫວັດກ່ຽວກັບສວນນໍ້າພຸອີກດ້ວຍ.

ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍ ລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດ ຜູ້ດຽວ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 18 ກໍລະກົດ 2022 ຜ່ານມາວ່າ: ບໍລິສັດ ເອເຊຍ ລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດ ຜູ້ດຽວ ໄດ້ມາສຳປະທານສວນນໍ້າພຸ ເລີ້ມແຕ່ປີ 2011 ໄດ້ພັດທະນານ້ໍາພຸແຫ່ງນີ້ ໄປຕາມທີ່ນະຄອນຫຼວງວຽງຈັນໄດ້ວາງອອກ ເພື່ອໃຫ້ນ້ຳພຸແຫ່ງນີ້ ຖືກພັດທະນາໄປຕາມຍຸກ ຕາມສະໄໝ ແຕ່ຮັກສາໄດ້ເອກະລັກຂອງຊາດ ໂດຍສະເພາະ ໃຫ້ມວນຊົນໄດ້ເຂົ້າມາຊົມນ້ຳພຸ, ພັກຜ່ອນ, ສ້າງສີສັນໃໝ່ໃຫ້ນະຄອນຫຼວງວຽງຈັນ ສົມເປັນເຂດໃຈກາງເມືືອງວຽງຈັນ ໃນເມືອກ່ອນນ້ຳພຸໃນຍຸກພັດທະນານີ້ ໄດ້ວາງນະໂຍບາຍ ດັ່ງນີ້:

1. ຮັກສາໂຄງສ້າງນ້ຳພຸໄວ້ຄືເກົ່າ ແຕ່ເຮັດໃຫ້ນ້ຳພຸມີຫຼາຍສີສັນ ແລະ ງົດງາມຂື້ນ ພ້ອມທັງ ຮັກສານ້ຳໃຫ້ສະອາດ ແລະ ມີຄວາມປອດໄພ;

2. ໄດ້ປັບທັດສະນີຍະພາບໃຫ້ທັນສະໄໝ, ມີສິ່ງແວດລ້ອມທີ່ສວຍງາມ ປະດັບປະດາດ້ວຍດອກໄມ້ ແລະ ຕົ້ນໄມ້; 3. ມີບ່ອນນັ່ງຊົມ, ພັກຜ່ອນ, ກີ່ນດື່ມ ຢ່າງສະດວກສະບາຍ ປອດໄພ;

4. ມີຮ້ານອາຫານ ທີ່ບໍລິການຮັບໃຊ້ແຂກທີ່ີລັກສະນະສາກົນຂື້ນ ແຕ່ຍັງຮັກສາໄວ້ດັ່ງເດີມແຕ່ຍຸກທີ່ໄດ້ສ້າງນ້ຳພຸຂື້ນມາ ແລະ ຄວາມເປັນມະຫາຊົນ ຮອດປັດຈຸບັນ ກໍອະນຸຍາດໃຫ້ມວນຊົນ ແຂກພາຍໃນ ແລະ ຕ່າງປະເທດ ໄດ້ມາຢ້ຽມຢາມ ສາມາດເຂົ້າໄປຊົມນ້ຳພຸ ນັ່ງພັກຜ່ອນ ໂດຍທີ່ບໍ່ໄດ້ເກັບຄ່າເຂົ້າຊົມແຕ່ຢ່າງໃດ.


ເຊິ່ງໄລຍະການກໍ່ສ້າງ ປັບປຸງພັດທະນາ ນ້ຳພຸ ແມ່ນເລີ້ມກໍ່ສ້າງ ແຕ່ປີ 2011 ແລະ ສະເລັດໃນປີ 2012 ພ້ອມທັງ ເປີດນຳໃຊ້ເປັນທາງການໃນ ວັນທີ 23 ສິງຫາ 2012 ເຊິ່ງກົງກັບວັນຄົບຮອບວັນຍືດອຳນາດຂອງປະເທດ. ພາຍຫຼັງໃນເປີດນ້ຳໃຊ້ ມາໄດ້ປະມານ 5 ປີ ພວກເຮົາກໍ່ໄດ້ປັບປຸງຮູບຊົງເພີ້ມເຕີມ ເຊັ່ນ: ການສ້າງຫໍໂມງ, ຫ້ອງການ ແລະ ຫ້ອງນ້ຳສາທາລະນະເພີ້ມເຕີມເພື່ອພຽງພໍກັບຄວາມຕ້ອງການຂອງມວນຊົນເຂົ້າມານຳໃຊ້ແບບສາທາລະນະ ແລະ ການປັບປຸງຫຼ້າສຸດແມ່ນໄດ້ ສ້າງເປັນລານສະເກັດ ເພື່ອໃຫ້ມີກິດຈະກຳສຳລັບເດັກເພີ່ມເຕີມ ເຊິ່ງມູນຄ່າການພັດທະນານັບແຕ່ມື້ສຳປະທານມາຮອດປະຈຸບັນມີມູນຄ່າປະມານ 10 ຕື້ກີບ.


ທ່ານກ່າວຕື່ມວ່າ: ດັ່ງນັ້ນມາເຖິງປະຈຸບັນເຫັນວ່າ ສວນນໍ້າພຸແຫ່ງນີ້ ຄວນຈະກາຍເປັນສວນສາທາລະນະ ເພື່ອໃຫ້ທຸກຄົນໄດ້ເຂົ້າມາທ່ຽວຊົມ, ຜັກພ່ອນ ແລະ ທຸກຄົນມີສວນຮ່ວມໃນການປົກປັກຮັກສາ ດັ່ງນັ້ນທາງບໍລິສັດ ຈຶ່ງຈະມອບຄືນສວນນໍ້າພຸແຫ່ງນີ້ ໃຫ້ກັບທາງພາກລັດ ກໍ່ຄືນະຄອນຫຼວງວຽງຈັນ ເປັນຜູ້ຄຸ້ມຄອງ ແລະ ກ່ອນຈະມອບຄືນສອງຝ່າຍພວກເຮົາ ໄດ້ມີການປຶກສາຫາລືກັນລົງເລິກໃນລາຍລະອຽດວ່າ ອັນໃດ ຈະມ້າງອອກ, ອັນໃດຈະຮັກສາໃວ້ ເພື່ອເຮັດໃຫ້ໂສມຫນ້າຕາຂອງນໍ້າພຸ ກັບຄືນສູ່ສະພາບດັ້ງເດີມ ທັງຮັບປະກັນຄວາມສະດວກສະບາຍຕໍ່ຜູ້ມານັ່ງຫຼີ້ນນັ່ງຊົມ.ພາຍຫຼັງການມອບຮັບແລ້ວ, ຖ້າວ່າມີສິ່ງໃດທີ່ທາງການຈັດຕັ້ງຢາກຈະໃຫ້ບໍລິສັດພວກເຮົາເຂົ້າມາຊ່ວຍ ທາງບໍລິສັດແມ່ນມີຄວາມຍິນດີຊ່ວຍຕາມຄວາມສາມາດຕົວຈິງ.