ທະນາຄານ ພັດທະນາລາວ ມອບພັນທະອາກອນກຳໄລ 27,55 ຕື້ກວ່າກີບ

339

ທະນາຄານພັດທະນາລາວ ແມ່ນທະນາຄານທຸລະກິດຮ່ວມທຶນ ລະຫວ່າງ ບໍລິສັດຈະເລີນເຊກອງ ພະລັງງານ ຈໍາກັດ (ຖືຫຸ້ນ 70%) ແລະ ກະຊວງການເງິນ (ຖືຫຸ້ນ 30%), ດຳເນີນທຸລະກິດ ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ແລະ ລະບຽບກົດຫມາຍຂອງ ສປປ ລາວ ວາງອອກໃນແຕ່ລະໄລຍະ, ພ້ອມທັງປະຕິບັດຕາມສິດຂອບເຂດ ພາລະບົດບາດຂອງຕົນ ໃນການພັດທະນາເສດຖະກິດສັງຄົມຂອງຊາດ.

ໃນວັນທີ 15 ກໍລະກົດ 2022, ທະນາຄານ ພັດທະນາລາວ ຈຳກັດ (LDB BANK) ໄດ້ມອບພັນທະອາກອນກຳໄລ 6 ເດືອນຕົ້ນປີ 2022 ໃຫ້ແກ່ລັດຖະບານ ສປປ ລາວ, ຈຳນວນ 27,550 ຕື້ກວ່າກີບ, ໂດຍຕາງໜ້າມອບຂອງ ທ່ານ ສິດທິສອນ ເທບພາສີ ປະທານບໍລິຫານ ທະນາຄານພັດທະນາລາວ ແລະ ຕາງໜ້າຮັບຂອງ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນການມອບພັນທະອາກອນກຳໄລ ຂອງທະນາຄານ ພັດທະນາລາວ ຈຳກັດ, ຜ່ານໄລຍະ 6 ເດືອນຕົ້ນປີ 2022 ທະນາຄານ ພັດທະນາລາວ ຈຳກັດ ໄດ້ມອບອາກອນກໍາໄລ ທັງໝົດຈໍານວນ 27,550,077,364 (ຊາວເຈັດຕື້ຫ້າຮ້ອຍຫ້າສິບລ້ານເຈັດສິບເຈັດພັນສາມຮ້ອຍຫົກສິບສີ່ກີບ) ເຊິ່ງສະທ້ອນໃຫ້ເຫັນໄດ້ເຖິງຄວາມຕື່ນຕົວໃນການມອບພັນທະອາກອນກໍາໄລໃຫ້ລັດຖະບານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ພ້ອມນັ້ນເພື່ອເປັນການປະຕິບັດພັນທະຢ່າງເອົາໃຈໃສ່ຂອງທະນາຄານ ພັດທະນາລາວ ຈຳກັດ.

ຊຶ່ງແມ່ນທະນາຄານທຸລະກິດຮ່ວມທຶນ ລະຫວ່າງ ບໍລິສັດຈະເລີນເຊກອງ ພະລັງງານ ຈໍາກັດ (ຖືຫຸ້ນ 70%) ແລະ ກະຊວງການເງິນ (ຖືຫຸ້ນ 30%), ດຳເນີນທຸລະກິດ ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ແລະ ລະບຽບກົດຫມາຍຂອງ ສປປ ລາວ ວາງອອກໃນແຕ່ລະໄລຍະ, ພ້ອມທັງປະຕິບັດຕາມສິດຂອບເຂດ ພາລະບົດບາດຂອງຕົນ ໃນການພັດທະນາເສດຖະກິດສັງຄົມຂອງຊາດ.