ທ່ານຮອງນາຍົກ ສົ່ງກໍາລັງໃຈເຖິງ ຢູ 19 ກ່ອນລົງແຂ່ງຂັນນັດຊີງແລງມື້ນີ້ເວລາ 20:00 ພົບກັບ ມາເລເຊຍ ໃນບານເຕະຊີງແຊັມອາຊຽນ 2022 ຮຸ່ນອາຍຸບໍ່ເກີນ 19 ປີ

73

ກ່ອນລົງເດິນໃນນັດຊິງແຊ້ມຂອງ U19 ລາວພັບກັບມາເລເຊຍໃນວັນທີ 15ກໍລະກົດ 2022 ເຊິ່ງຈະເລີ່ມຂຶ້ນໃນເວລາ 20:00 ທ່ານ ສຈ. ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານສົ່ງກຳລັງໃຈຫາທີມຄູຝຶກ ແລະນັກກິລາໃຫ້ສ້າງຜົນງານອັນຍິ່ງໃຫຍ່ມາປະດັບແກ່ວົງການບານເຕະລາວ.

ໂດຍທິມບານເຕະຊາຍ ຮຸ່ນອາຍຸ ບໍ່ເກີນ 19 ປີ (U-19) ລາວ ສ້າງຜົນງານເດັ່ນເປັນຄັ້ງປະຫວັດສາດໃນຫຼາຍສີບປີ ທີ່ອິນໂດເນເຊຍ, ລົງສະໜາມ 5 ນັດ ຊະນະລວດ 5 ນັດ ສາມາດຜ່ານເຂົ້າຮອບຊິງຊະນະເລີດ ກັບ ມາເລເຊຍ ເປັນຮອບຕັດເຊຶອກແລງມື້ນີ້.

ທ່ານ ຮອງນາຍົກກ່າວວ່າ: ລັດຖະບານ, ປະຊາຊົນລາວຕິດຕາມຢ່າງໃກ້ຊິດ ແລະປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ໄຊຊະນະຂອງການແຂ່ງຂັນ5 ນັດ 5 ໄຊຊະນະລວດ ເຊິ່ງເປັນຜົນງານຂອງ U19 ແລະທີມງານ

ລັດຖະບານ ແລະປວງຊົນລາວທັງຊາດແມ່ນທຸກຄົນສະໜັບສະໜຸນສຸດຂີດເປັນກຳລັງໃຈຢ່າງສຸດຂີດໃຫ້ທີມຊາດ U19 ຕ້ອງເອົາຊະນະໃນການແຂ່ງຂັນໃນຄ່ຳຄືນນີ້ ຍາດເອົາຂັນລາງວັນຊະນະເລີດມາປະດັບເອ້ໃຫ້ກຽດສັກສີຂອງປະເທດຊາດບ້ານເມືອງຂອງພວກເຮົາ.

U19 ລາວໝາກເຜັດຂີ້ໜູ U19ລາວສູ້ໆໆໆມີໄຊ!ມີໄຊ!!! ເປັນກຳລັງໃຈໃຫ້ທຸກໆຄົນເດີ້