ຂ່າວດີທີ່ສຸດມື້ນີ້ ປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດ ເລີ່ມແຕ່ເວລາ 06:00 ມື້ອື່ນ

119

ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງການເລກທີ 0912/ອຄ ລົງວັນທີ 14 ກໍລະກົດ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດ ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເຊິ່ງລາຄາໃໝ່ນີ້ ແມ່ນໃຫ້ເລີ່ມປະຕິບັດ ວັນທີ 15 ກໍລະກົດ 2022 ເວລາ 06:00 ໂມງເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ.


ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ ນໍ້າມັນແອັດຊັງພິເສດ ປັບລົງ 1.750 ກີບ/ລິດ, ລາຄານໍ້າມັນແອັດຊັງທຳມະດາ ປັບລົງ 1.020 ກີບ/ລິດ ແລະ ລາຄານໍ້າມັນກາຊວນ ປັບລົງ 1.940 ກີບ/ລິດ. ສໍາລັບລາຄາຂາຍຍ່ອຍໃໝ່ ໃນເຂດເທສະບານແຂວງ, ນະຄອນຫຼວງວຽງຈັນດັ່ງນີ້:

ນະຄອນຫຼວງວຽງຈັນ ແອັດຊັງພິເສດ 28.150 ກີບ, ແອັດຊັງທຳມະດາ 19.930 ກີບ, ກາຊວນ 19.790 ກີບ, ແຂວງອຸດົມໄຊ ແອັດຊັງພິເສດ 28.630 ກີບ, ແອັດຊັງທຳມະດາ 20.410 ກີບ ກາຊວນ 20.270 ກີບ, ແຂວງບໍ່ແກ້ວ ແອັດຊັງພິເສດ 28.250 ກີບ, ແອັດຊັງທຳມະດາ 20.20.030 ກີບ, ກາຊວນ 19.890 ກີບ.


ແຂວງຫຼວງພະບາງ ແອັດຊັງພິເສດ 28.520 ກີບ, ແອັດຊັງທຳມະດາ 20.300 ກີບ ກາຊວນ 20.160 ກີບຕໍ່ລິດ, ແຂວງຊຽງຂວາງ ແອັດຊັງພິເສດ 28.340 ກີບ, ແອັດຊັງທຳມະດາ 20.120 ກີບ, ກາຊວນລິດລະ 19.790 ກີບ.


ແຂວງສະຫວັນນະເຂດ ແອັດຊັງພິເສດ 28.180 ກີບ, ແອັດຊັງທຳມະດາ 19.960 ກີບ, ກາຊວນ 19.820 ກີບຕໍ່ລິດ, ແຂວງຈຳປາສັກ ແອັດຊັງພິເສດ 28.210 ກີບ, ແອັດຊັງທຳມະດາ 19.990 ກີບ ແລະກາຊວນລິດໜຶ່ງ 19.850 ກີບ.


ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0617/ກຄພນ ລົງວັນທີ 14 ກໍລະກົດ 2022 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0865/ອຄ, ລົງວັນທີ 05 ກໍລະກົດ 2022.