ທໍາລາຍສິນຄ້ານໍາເຂົ້າຜິດກົດໝາຍ ແລະ ໝົດອາຍຸມູນຄ່າ 30 ກວ່າລ້ານກີບ.

54

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ຈັດພິທີທໍາລາຍຢາສູບໄຟຟ້າທີ່ນໍາເຂົ້າຜະລິດກົດໝາຍ ແລະ ຜະລິດຕະພັນເສີມຄວາມງາມທີ່ໝົດອາຍຸ ລວມມູນຄ່າ 30 ກວ່າລ້ານກີບ.
ພິທີດັງກ່າວຈັດຂຶ້ນ ໃນວັນທີ 8 ກໍລະກົດ 2022 ທີ່ກະຊວງ ອຄ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍເຈົ້ນໜ້າທີ່ກວດກາການຄ້າ ເຂົ້າຮ່ວມຢ່າງພ້ອມພຽງ.

ການຢຶດ ແລະ ທໍາລາຍສິນຄ້າໃນຄັ້ງນີ້ ໂດຍປະຕິບັດຕາມແຜນປົກກະຕິ,ຕາມແຫຼ່ງຂ່າວ ແລະ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ບໍລິຊົມໃຊ້ ເຊິ່ງໃນຕົ້ນເດືອນເມສາ 2022 ຜ່ານມາ ກົມການຄ້າພາຍໃນ ໃນນາມອົງການຈັດຕັ້ງປະຕິບັດວຽກງານກວດກາການຄ້າ ຂັ້ນສູນກາງ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ລົງເຄື່ອນໄຫວຕິຕາມກວດກາຕາມແຫ່ງ ທີ່ມີການໂຄສະນາການຊື້-ຂາຍຢາສູບໄຟຟ້າ ທາງອອນລາຍ ເຊິ່ງເປັນຜະລິດຕະພັນ ຫ້າມຜະລິດ, ນຳເຂົ້າສົ່ງຜ່ານ, ຊື້-ຂາຍ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 2 ມາດຕາ 48 ພາກ 8 ຂອງກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບເລກທີ 09/ສພຊ, ລົງວັນທີ 16 ພະຈິກ 2021 ແລະ ມີການຈຳໜ່າຍສິນຄ້າທີ່ໝົດອາຍຸຕາມຫ້າງຊັບພະສີນຄ້າ ຜ່ານການລົງກວດກາຕົວຈິງ ຂອງເຈົ້າໜ້າທີ່ກວດກາການຄ້າ ແມ່ນພົບເຫັນຫົວໜ່ວຍ ທຸລະກິດທີ່ມີການຈຳໜ່າຍສິນຄ້າ ເຊິ່ງເປັນຜະລິດຕະພັນເຄື່ອງສຳອາງປະເພດ: ໂຟມລ້າງໜ້າ, ຄີມທາຜິວ, ລິບສະຕິກ ຢ່າສະຜົມ, ໂລຊັ້ນກັນແດດ, ແປ້ງ ແລະ ອື່ນໆ ທີ່ໝົດອາຍຸການນຳໃຊ້ ລວມມີ 23 ລາຍການ ຈໍານວນ 500 ກວ່າກັບ ລວມມູນຄ່າ 10.200.000 ກີບ.

ພ້ອມນັ້ນກໍມີ ຢາສູບໄຟຟ້າ ພ້ອມດ້ວຍອຸປະກອນ, ນໍ້າຢາຕື່ມຢາສູບ ຈໍານວນ 226 ອັນ ລວມມູນຄ່າ 22.635.000 ກີບ. ສິນຄ້າ, ຜະລິດຕະພັນດັ່ງກ່າວ ເປັນສິນຄ້າໝົດອາຍຸການນໍາໃຊ້, ບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາ ບໍ່ຮັບປະກັນຄວາມປອດໄພແກ່ຜູ້ຊົມໃຊ້, ສະເພາະຢາສູບໄຟຟ້າ ກໍເປັນຜະລິດຕະພັນທີ່ຫ້າມການຜະລິດ, ນໍາເຂົ້າ ແລະ ຊື້-ຂາຍ ຢູ່ ສປປ ລາວ.

ຕໍ່ກັບບັນຫາດັ່ງກ່າວ ຖືເປັນການລະເມີດກົດໝາຍ ແລະ ລະບຽບການ ສະນັ້ນ, ຄະນະລົງກວດກາ ຈິ່ງໄດ້ຍຶດສິນຄ້າ, ຜະລິດຕະພັນດັ່ງກ່າວມາທໍາລາຍຖີ້ມ ທັງນີ້ນີ້ກໍເພື່ອປົກປ້ອງຜົນປະໂຫຍດອັນຊອບທຳໃຫ້ແກ່ຜູ້ຊົມໃຊ້ ແລະເປັນການປ້ອງກັນສຸຂະພາບ ແລະ ຈັດຕັ້ງປະຕິບັດກົດໝາຍຄອບຄຸມຢາສູບໃຫ້ປະກົດຜົນເປັນຈິງ, ພ້ອມດຽວກັນນັ້ນກໍໄດ້ມີມາດຕະການຕໍ່ຫົວໜ່ວຍທຸລະກິດທີ່ລະເມີດ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ໃນຕໍ່ໜ້າອົງການປະຕິບັດວຽກງານກວດກາການຄ້າ, ກົມການຄ້າພາຍໃນ ຈະໄດ້ລົງສຸກຍູ້ການຈັດຕັ້ງວຽກງານກວດກາການຄ້າ ຫຼື ຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິຕາມແຜນປະຈຳເດືອນ, ງວດ, ປີ ແລະ ຈະສືບຕໍ່ຊອກແຫຼ່ງຂ່າວ, ແຫຼ່ງທີ່ມາ, ແຫຼງຈຳໜ່າຍສິນຄ້າປະເພດດັ່ງກ່າວເປັນປະຈຳ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ ໃຫ້ໄດ້ຮັບຄວາມຍຸດຕິທໍາແລະ ກັນຫົວໜ່ວຍທຸລະກິດເຂົ້າສູ່ລະບຽບກົດໝາຍ.