ດ່ວນ! ນັບແຕ່ 11 ກໍລະກົດ 6 ແຂວງນີ້ໃຫ້ໄປຍື່ນຄຳຮ້ອງຂໍໜັງສືຜ່ານແດນຢູ່ແຂວງຂອງຕົນ

160

ນັບແຕ່ເປີດປະເທດ ພາຍຫຼັງໂຄວິດ-19ເປັນຕົ້ນມາໜຶ່ງປະກົດການທີ່ເຫັນວ່າຕ້ອງໄດ້ຮັບການແກ້ໄຂຄື ການຮັບຄຳຮ້ອງເຮັດໜັງສືຜ່ານແດນ ຫຼື ພັດສະປອດ ເນື່ອງຈາກມີປະຊາຊົນທີ່ເດີນທາງໄປຍື່ນເອກະສານເປັນຈຳນວນຫຼາຍກວ່າປົກກະຕິ ໂດຍສະເພາະທີ່ກົມກົງສູນ ນະຄອນຫຼວງວຽງຈັນ ເຊິ່ງຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງໄດ້ພະຍາຍາມແກ້ໄຂດ້ວຍການເພີ່ມເວລາເຮັດວຽກ ຂອງພະນັກງານ ແລະຮັບເອກະສານໃຫ້ຫຼາຍຂຶ້ນ ແຕ່ນັ້ນກໍ່ຍັງບໍ່ສາມາດແກ້ໄຂໄດ້ເທົ່າທີ່ຄວນ ທຸກວັນນີ້ ໃນແຕ່ລະວັນຍັງມີຄົນໄປລໍຖ້າແຕ່ເຊົ້າເພື່ອຂໍຄິວ ຈົນເຮັດໃຫ້ເກີດມີຄວາມແອອັດພາຍໃນກົງສູນຕະຫຼອດຮອດການສັນຈອນໃນເຂດດັ່ງກ່າວ ກົມກົງສູນຈິ່ງຂໍບໍຮັບເອກະສານຈາກ 6 ແຂວງທີ່ມີຈຸດບໍລິການເຮັດໜັງສືຜ່ານແດນແລ້ວຫາກບໍ່ຈຳເປັນແທ້ໆ.

ຫຼ້າສຸດນີ້ ທາງກົມກົງສູນ ກະຊວງການຕ່າງປະເທດ ໄດ້ອອກປະກາດກ່ຽວກັບ ການຍື່ນຄຳຮ້ອງຂໍໜັງສືຜ່ານແດນ ທີ່ກົມກົງສູນ ກະຊວງການຕ່າງປະເທດ ໂດຍມີເນື້ອໃຈຄວາມວ່າ: ປະຈຸບັນ ເຫັນວ່າມີປະຊາຊົນ ໄດ້ມາຍື່ນຄຳຮ້ອງຂໍໜັງສືຜ່ານ ແດນເປັນຈຳນວນຫຼາຍ ເຊິ່ງເກີນຂີດຄວາມສາມາດໃນການຮອງຮັບຕົວຈິງ, ເພື່ອແກ້ໄຂສະພາບຄວາມແອອັດ, ຄວາມບໍ່ເປັນລະບຽບຮຽບຮ້ອຍ, ບັນຫາຫຍໍ້ທໍ້ຕ່າງໆທີ່ຈະກໍ່ໃຫ້ເກີດຂຶ້ນ ແລະ ການກີດຂວາງການສັນຈອນຢູ່ບໍລິເວນດ້ານໜ້າກົມກົງສຸນ, ລວມໄປເຖິງການປະຢັດຄ່າໃຊ້ຈ່າຍໃນການເດີນທາງ, ຄ່າກິນຢູ່ພັກເຊົາຂອງພໍ່ແມ່ປະຊາຊົນທີ່ເດີນທາງມາຈາກຕ່າງແຂວງ ເພື່ອມາຍື່ນຄຳຮ້ອງຂໍໜັງສືຜ່ານແດນ ຢູ່ນະຄອນຫຼວງວຽງຈັນ (ກົມກົງສູນ).

ສະນັ້ນ, ນັບຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ, ກົມກົງສູນ ຈະບໍ່ຮັບເອກະສານຄຳຮ້ອງຂໍໜັງສືຜ່ານແດນ ຂອງທ່ານທີ່ມາຈາກບັນດາແຂວງ ທີ່ມີສູນຮັບຄຳຮ້ອງຂໍໜັງສືຜ່ານແດນເຊັ່ນ: ແຂວງ ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ, ຍົກເວັ້ນກໍລະນີເຈັບເປັນ ແລະ ມີຄວາມຈຳເປັນຮີບດ່ວນຕ້ອງໄດ້ໄປປິ່ນປົວຢູ່ຕ່າງປະເທດເທົ່ານັ້ນ.
ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ມາຈາກແຂວງດັ່ງກ່າວ ຈົ່ງໃຫ້ການຮ່ວມມືດ້ວຍ.