ເພີ່ມຖ້ຽວລົດໄຟ ເພື່ອການທ່ອງທ່ຽວວຽງຈັນ-ຫຼວງພະບາງ

268

ຫຼວງພະບາງ ຍັງຄົງເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວຂອງປະເທດເຮົາ ແຂກຄົນຈາກທຸກມຸມໂລກເມື່ອເດີນທາງມາລາວຈຸດໜຶ່ງທີ່ຕ້ອງແວ່ກໍ່ຄຶຫຼວງພະບາງ ເມືອງແຫ່ງອະລິຍະທຳ ຕ້ອງໄປສຳຜັດຄວາມເປັນລາວວັດທະນາທຳ ແລະຄວາມສະຫງົບຄວາມມີສະເໜ່ໃນທີ່ນັ້ນ.

ເພື່ອອຳນວຍຄວາມສະດວກແກ່ນັກເດີນທາງ ແລະສົ່ງເສີມການທ່ອງທ່ຽວ  ບໍລິສັດທາງລົດໄຟໄດ້ ແຈ້ງເພີ່ມຖ້ຽວລົດໄຟຜູ້ໂດຍສານຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ໃນວັນທີ 1-3 ກໍລະກົດ


ບໍລິສັດລົດໄຟລາວ-ຈີນ ໄດ້ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ເພື່ອໃຫ້ມີລົດໄຟໃຊ້ພຽງພໍໃນການຂົນສົ່ງຜູ້ໂດຍສານພາຍໃນ ແລະ ນັກທ່ອງທ່ຽວທີ່ມາທ່ຽວລາວ, ຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໃນວັນທີ 1-3 ກໍລະກົດ, ລາຍລະອຽດມີດັ່ງນີ້:


ລົດໄຟຖ້ຽວ C92 ອອກຈາກສະຖານີນະຄອນຫຼວງວຽງຈັນ ເວລາ 8:30 ແລະ ຮອດສະຖານີຫຼວງພະບາງ ເວລາ 10:20 ໂມງ;
ລົດໄຟຖ້ຽວ C91 ອອກຈາກຫຼວງພະບາງ ເວລາ 10:50 ແລະ ຮອດສະຖານີນະຄອນຫຼວງວຽງຈັນມາຮອດ 13:05 ໂມງ.

ນອກຈາກການເດີນທາງຜ່ານທາງລົດໄຟແລ້ວ ຜູ້ທີ່ຕ້ອງການໄປຫຼວງພະບາງຍັງມີທາງເລືອກໄປດ້ວຍລົດເມໂດຍສານ ແລະເດີນທາງດ້ວຍຍົນໄດ້ຂຶ້ນກັບຄວາມສະດວກຂອງແຕ່ລະຄົນ!