ຈັດຝຶກອົບຮົມ ສ້າງຄວາມເຂົ້າໃຈ ການວາງແຜນທຸລະກິດ, ການເງິນ ແລະ ການບັນຊີ

179

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ(ວນກ), ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ໄດ້ຈັດຝຶກອົບຮົມຄູຝຶກ (TOT) ໃນຫົວຂໍ້ “ການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີ” ຂຶ້ນໃນລະຫວ່າງວັນທີ 27 ມິຖຸນາ – 01 ກໍລະກົດ 2022 ທີ່ ແຂວງ ວຽງຈັນ ເປັນປະທານຂອງທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມ ວນກ ມີນັກສໍາມະນາກອນ ຈາກກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຈາກພະແນກ ອຄ ແຂວງ ບໍລິຄຳໄຊ , ແຂວງ ໄຊສົມບູນ ແລະ 8 ແຂວງພາກເໜືອ, ນັກສໍາມະນາກອນ ຈາກບໍລິສັດທີ່ປຶກສາ (BDSP), ສະຖາບັນການເງິນຈຸລະພາກ, ວິທະຍາໄລ ແລະ ສະຖາບັນການສຶກສາ ທີ່ມາຈາກບັນດາແຂວງ ແລະ ຜູ້ຕາງໜ້າຈາກ ສູນບໍລິການ ວນກ ນະຄອນຫຼວງ ແລະ ຫຼວງພະບາງຈໍານວນ 35ທ່ານເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ສະໜອງບໍລິການພັດທະນາທຸລະກິດພາຍໃນແຂວງເປົ້າໝາຍໃຫ້ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບການນໍາໃຊ້ປຶ້ມຄູ່ມືດັ່ງກ່າວ ເຂົ້າໃນການສົ່ງເສີມ ວນກ ຊຶ່ງຊຸດຝຶກອົບຮົມໃນຄັ້ງນີ້ແມ່ນດໍາເນີນໂດຍອາຈານທີ່ມີປະສົບການຈາກບໍລິສັດທີ່ປຶກສາດ້ານການພັດທະນາ ແລະ ວິສາຫະກິດ (EDC) ເປັນຜູ້ບັນລະຍາຍໃຫ້ຄວາມຮູ້ດ້ານເນື້ອໃນ ແລະ ເຕັກນິກຂອງການນໍາໃຊ້ປຶ້ມຄູມື ເພື່ອໃຫ້ເຂົາເຈົ້າກາຍເປັນຄູຝຶກ ແລະ ສາມາດສະໜອງບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ ແລະ ເຄື່ອນໄຫວຝຶກອົບຮົມໃຫ້ ວນກ ໃນແຂວງຂອງຕົນໄດ້ຢ່າງທົ່ວເຖິງ.

ໃນການຝຶກອົບຮົມໃນຄັ້ງນີ້ແມ່ນເປັນໜຶ່ງໃນກິດຈະກໍາຂອງໂຄງການເຂົ້າເຖິງແຫຼ່ງທຶນ ຂອງ ວນກ ແລະ ຍ້ອນເຫັນໄດ້ເຖິງຄວາມສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ ວນກ ໃຫ້ມີແຜນທຸລະກິດ ແລະ ແຜນການນໍາໃຊ້ເງິນ ເພື່ອດໍາເນີນທຸລະກິດໃຫ້ມີຜົນກໍາໄລ, ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ.

ພ້ອມກັນນັ້ນ, ກໍເປັນການສ້າງຄວາມພ້ອມ ແລະ ອຳນວຍຄວາມສະດວກໃຫ້ MSME ໂດຍສະເພາະແມ່ນຢຸ່ທ້ອງຖິ່ນໄດ້ເຂົ້າເຖິງການບໍລິການວິຊາການພັດທະນາທຸລະກິດໃນດ້ານດັ່ງກ່າວ ເພື່ອໃຫ້ເຂົາເຈົ້າສາມມາດສ້າງເງື່ອນໄຂເຂົ້າເຖິງແຫຼ່ງທຶນໂດຍສະເພາະແມ່ນພາຍໃຕ້ບ້ວງທີ່ລັດຖະບານຈັດສັນໃຫ້ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ປ່ອຍຜ່ານທະນາຄານທີ່ເຂົ້າຮ່ວມໂຄງການ ແລະ ເປັນຫົວ ໜ່ວຍ MSME ທີ່ນອນຢູ່ໃນຂະແໜງການບູລິມາສິດທີ່ໄດ້ຮັບການສົ່ງເສີມຄື: ຂະແໜງອຸດສາຫະກໍາ ປຸງແຕ່ງຜະລິດຕະພັນກະສິກໍາ, ຂະແໜງຫັດຖະກໍາ, ຂະແໜງກະສິກໍາ ປູກຝັງ ແລະ ລ້ຽງສັດ ແລະ ຂະແໜງທ່ອງທຽ່ວ ຍ້ອນເຫັນໄດ້ຄືແນວນັ້ນ, ຈຶ່ງຈໍາເປັນຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ຂອງພາກສ່ວນທີ່ກຽ່ວຂ້ອງທີ່ເຮັດໜ້າທີ່ບໍລິການໃຫ້ ຄໍາປຶກສາພັດທຸລະກິດ BDSP ທັງພາກລັດ ແລະ ພາກທຸລະກິດໄດ້ຮຽນຮູ້ ແລະ ເຂົ້າໃຈກຽ່ວກັບ ການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີເງິນສົດ.

ດັ່ງນັ້ນ, ກົມສົ່ງເສີມ ວນກ ຈຶ່ງໄດ້ຈັດຝຶກອົບຮົມຄູຝຶກ (TOT) ໃນຫົວຂໍ້ດັ່ງກ່າວຂຶ້ນ ຊຶ່ງການຈັດຝຶກອົບຮົມຄັ້ງນີ້ແມ່ນດຳເນີນພາຍໃຕ້ການສະໜັບສະໜູນຂອງໂຄງການເຂົ້າເຖິງແຫຼ່ງທຶນ ຂອງ ວນກ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ 19 (MSME A2F-ESR) ເຊິ່ງຈັດຕັ້ງປະຕິບັດໂດຍກົມສົ່ງເສີມ ວນກ