ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ

208

 

ໂດຍອີງຕາມລັດຖະດຳລັດ ຂອງປະທານປະເທດ ສະບັບເລກທີ 062/ປປທ, ລົງວັນທີ 22 ມິຖຸນາ 2022 ວ່າດ້ວຍການຍົກຍ້າຍການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່; ອີງມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 10/ກມສພ, ລົງວັນທີ 21 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງເລຂາຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ; ແລະ ອີງຕາມ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ລັດຖະດຳລັດ ຂອງ ປະທານປະເທດ ສະບັບເລກທີ 064/ປປທ, ລົງວັນທີ 22 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

ດັ່ງນັ້ນ, ຈຶ່ງໄດ້ມີພິທີມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ໃນວັນທີ 23 ມິຖຸນາ 2022ນີ້ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເຂົ້າຮ່ວມຂອງທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາ ລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ພະນັກງານອ້ອມຂ້າງກະຊວງອຸສາຫະກໍາ ແລະ ການຄ້າ ເຂົ້າຮ່ວມ.

ໃນພິທີມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃນຄັ້ງນີ້ລະຫວ່າງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ຜູ້ເກົ່າ) ແລະ ທ່ານ ມະໄລທອງ ກົມມະສິດ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ( ຜູ້ໃໝ່) ໂດຍການຮ່ວມເປັນສັກຂີພິຍານ ຂອງທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ໃນໂອກາດນີ້ , ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ໂອ້ລົມ ຕໍ່ພິທີໂດຍກ່າວວ່າ: ດັ່ງບັນດາສະຫາຍ ໄດ້ຮັບຮູ້ ແລ້ວວ່າ ການບູລະນະການຈັດຕັ້ງ, ການສັບຊ້ອນພະນັກງານແມ່ນກົດເກນພາວະວິໄສແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ-ລັດເຮົາ ທຸກໆການຈັດຕັ້ງກໍ່ລ້ວນແຕ່ມີການເຄື່ອນເໜັງ, ປັບປຸງໄປຕາມແຕ່ລະໄລຍະໜ້າທີ່ການ ເມືອງຂອງການປະຕິວັດ, ພະນັກງານກໍ່ມີການຊັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໃຫ້ແທດເໝາະກັບຄຸນສົມບັດ, ລະດັບຄວາມຮູ້-ຄວາມສາມາດ ແລະ ປະສົບການຕົວຈິງຂອງແຕ່ລະສະຫາຍ. ດັ່ງທ່ານ ເລນິນ ໄດ້ເວົ້າວ່າ “ສັບຊ້ອນແລ້ວ, ສັບຊ້ອນອີກ, ສັບຊ້ອນໃຫ້ແທດເໝາະກັບໜ້າທີ່ແຕ່ລະໄລຍະຂອງການປະຕິວັດ” ນີ້ສະແດງໃຫ້ເຫັນວ່າ ທຸກໆການຈັດຕັ້ງຈະບໍ່ຄົງຕົວຢູ່ບ່ອນເກົ່າ ແລະ ພະນັກງານທຸກຄົນຈະບໍ່ໄດ້ຢຸດນິ້ງຢູ່ບ່ອນເກົ່າ.

ທ່ານຍັງກ່າວຕື່ມວ່າ: ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຕົນ ໃນສະເພາະໜ້າ ແລະ ຍາວນານ, ໃນນາມຕາງໜ້າກົມການເມືອງ ກໍຄືລັດ ຖະບານ ສະເໜີໃຫ້ສະຫາຍ ລັດຖະມົນຕີຜູ້ໃໝ່ ກໍຄືພະນັກງານ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງ ໃຫ້ເອົາ ໃຈໃສ່ບາງບັນຫາດັ່ງນີ້: ໜຶ່ງ: ກ່ອນອື່ນຄະນະພັກ-ຄະນະນໍາ ຕ້ອງຮັກສາຄວາມ ສາມັກຄີເປັນເອກະພາບ, ປະຕິບັດແບບ ແຜນວິທີເຮັດວຽກຕາມ ຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະມອບໃຫ້ ບຸກຄົນຮັບຜິດ ຊອບຢ່າງຈະແຈ້ງ. ຕ້ອງພ້ອມກັນຮ່ຳຮຽນນຳວຽກ ຕົວຈິງ, ຮຽນນຳໝູ່ຄະນະ, ຮຽນນາມະຫາຊົນ, ຈິງໃຈຊ່ວຍເຫຼືອ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຕ້ານທັດສະນະແນວຄິດໃນ ຕົວ ຫຼື ໂຍນຄວາມຮັບຜິດຊອບໃຫ້ກັນ, ໃສ່ຮ້າຍປ້າຍສີສິ່ງທີ່ບໍ່ດີແບບ ຊະຊາຍ.

ພ້ອມນັ້ນ, ບັນດາສະຫາຍ ຈະຕ້ອງໄດ້ຊ່ວຍ ແລະ ໃຫ້ການ ຮ່ວມມື ສະໜັບສະ ໜູນ ສະຫາຍ ລັດຖະມົນຕີຜູ້ໃໝ່ ທີ່ຈະເປັນ ໃຈກາງນຳພາ-ຊີ້ນຳ ຮັບຜິດຊອບຕໍ່ໜ້າທີ່ການເມືອງອັນ ໜັກໜ່ວງ ໃນນາມເປັນເລຂາຄະນະພັກ, ກໍຄືລັດຖະມົນຕີຜູ້ ໃໝ່; ສອງ: ເອົາໃຈໃສ່ດຳເນີນຊີວິດການເມືອງແຕ່ລະໄລຍະເປັນ ປົກກະຕິ, ຕໍານິຕິຊົມ ເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ, ຕຳນິ ສິ່ງຜິດພາດ ຫຼື ຍັງອ່ອນ, ຕໍານິກັນເພື່ອຄວາມເປັນເອກະພາບທາງ ດ້ານແນວຄິດ ແລະ ການກະທຳ, ຫຼີກເວັ້ນອັກຄະຕິໂຄ່ນລົ້ມກັນ. ຕ້ອງມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ຕ້ອງຕິດພັນ ກັບພະນັກງານ-ສະມາຊິກພັກ ຢູ່ສະເໝີ; ແລະ ສາມ: ຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.