ທ່ອງທ່ຽວໄປໄດ້ດີ ພຽງ 4 ເດືອນສ້າງລາຍຮັບໄດ້ 600 ຕື້

65

ພາຍຫຼັງທີ່ລັດຖະບານໄດ້ຜ່ອນຜັນມາດຕະການໃນການເຂົ້າ-ອອກ ສປປ ລາວ ແລະຜ່ອນຄາຍການເດີນທາງພາຍໃນປະເທດ ໄລຍະມີການລະບາດຂອງພະ ຍາດໂຄວິດ-19 ເຫັນວ່ານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ອອກໄປພັກຜ່ອນທ່ຽວຊົມສະຖານທີ່ຕ່າງໆໃນທົ່ວປະເທດ ເຊິ່ງສາມາດ ສ້າງລາຍຮັບຈາກນັກທ່ອງທ່ຽວພາຍໃນ 600 ກວ່າຕື້ກີບ ຫຼື ເທົ່າກັບ 52.398.296 ໂດລາສະຫະລັດ, ສະເລ່ຍໄລຍະພັກເຊົາ 2,5 ວັນ/ຄົນລາຍຈ່າຍສະເລ່ຍ 530.000 ກີບ ຕໍ່ຄົນ/ມື້ (45 ໂດລາສະຫະລັດ).


ຕາມການລາຍງານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2022 ທີ່ຜ່ານມາ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19ໃຫ້ຮູ້ວ່າ: ກະຊວງ ຖວທ ໄດ້ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ອອກແຈ້ງການແນະນຳໃຫ້ພະແນກ ຖວທ ທົ່ວປະເທດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເປີດຕ້ອນ ຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ  ເພື່ອແນະນຳ ກ່ຽວກັບການກະກຽມຄວາມພ້ອມໃນການເປັນເຈົ້າພາບທີ່ດີ, ການອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນການ ສະໜອງຂໍ້ມູນຂ່າວສານ, ການເດີນທາງພາຍໃນ, ການພັກເຊົາ, ການປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການ ຕ່າງໆ.

ສືບຕໍ່ຊຸກຍູ້ ແລະ ສະໜອງງົບປະມານຈຳນວນໜຶ່ງໃຫ້ພະແນກ ຖວທ ບັນດາແຂວງເປົ້າໝາຍເພື່ອສົມທົບກັບ ຜູ້ຄຸ້ມຄອງສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນຂອງແຂວງ ເພື່ອສ້າງຂະບວນການອະນາໄມ ແລະ ປັບປຸງສິ່ງອຳນວຍຄວາມ ສະດວກຢູ່ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກກະຍາດ ໂຄວິດ-19 ເພື່ອກະກຽມຄວາມພ້ອມຕ້ອນຮັບນັກ ທ່ອງທ່ຽວ ເຊັ່ນ: ຢູ່ ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຈຳປາສັກ, ຫຼວງນໍ້າທາ, ຄຳມ່ວນ, ເມືອງວັງວຽງ ແຂວງວຽງຈັນ ແລະ ແຂວງອື່ນໆ; ໄດ້ອອກແບບປົດສະເຕີໂຄສະນາກ່ຽວກັບມາດຕະການເຂົ້າ-ອອກ ສປປ ລາວ ເປັນພາສາລາວ ແລະ ພາສາອັງກິດ ລົງໃນສື່ສັງຄົມອອນລາຍ ເພື່ອສື່ສານໃຫ້ນັກທ່ອງທ່ຽວ ແລະ ຜູ້ປະກອບການທ່ອງທ່ຽວໄດ້ໂຄສະນາ.


ພ້ອມນີ້, ນັບແຕ່ລັດຖະບານ ໄດ້ປະກາດເປີດປະເທດ ເລີ່ມແຕ່ວັນທີ 9 ພຶດສະພາ ເປັນຕົ້ນມາ, ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບນະໂຍບາຍການເປີດຕ້ອນຮັບນັກທ່ອງທ່ຽວຂອງ ສປປ ລາວ ແມ່ນໄດ້ຮັບການໂຄສະນາໂດຍຜ່ານສື່ສັງຄົມ ຕ່າງໆທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງພໍສົມຄວນ. ບັນດາຊ່ຽວຊານທ່ອງທ່ຽວທີ່ເຮັດວຽກ ແລະ ດຳເນີນທຸລະກິດຢູ່ລາວ, ບັນດາບໍລິສັດທ່ອງທ່ຽວຢູ່ລາວ ໄດ້ແຈ້ງຂ່າວໃຫ້ກັບບໍລິສັດຄູ່ສັນຍາຢູ່ຕ່າງປະເທດ ແລະ ໄດ້ຕີພິມບົດຄວາມອອກຂ່າວໃນວາລະສານທ່ອງທ່ຽວສາກົນຫຼາຍສະບັບ.

ບັນດາບໍລິສັດທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ທີ່ນໍາພານັກທ່ອງທ່ຽວເຂົ້າມາເປັນກຸ່ມ ແລະ ນັກທ່ອງທ່ຽວ ເດີນທາງເຂົ້າມາດ້ວຍຕົນເອງ ຕ່າງກໍໄດ້ຖ່າຍຮູບ ແລະ ຖ່າຍທອດ ສົດຜ່ານ Facebook ເພື່ອລົງຂ່າວກ່ຽວກັບສະພາບການເດີນທາງ, ຮູບພາບສະຖານທີ່ທ່ອງທ່ຽວຕ່າງໆ ແລະ ຂຽນຂໍ້ຄວາມອະທິບາຍກ່ຽວກັບການເດີນທາງທ່ອງທ່ຽວຢູ່ ສປປ ລາວ ຊຶ່ງເປັນການບອກເລົ່າປາກຕໍ່ປາກ ແລະ ໄດ້ລົງຮູບພາບ ການເດີນທາງຕາມເສັ້ນທາງລົດໄຟ ລາວ-ຈີນ ຊຶ່ງໂດຍສ່ວນຫຼາຍແມ່ນມີຄວາມປະທັບໃຈຕໍ່ການເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ.

ປັດຈຸບັນ ສາມາດຕີລາຄາໄດ້ວ່າ ນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ໄດ້ຮັບຮູ້ກ່ຽວກັບການ ເປີດປະເທດຂອງ ສປປ ລາວ ຫຼາຍຂຶ້ນ ແລະ ບັນດາບໍລິສັດຄູ່ສັນຍາຢູ່ຕ່າງປະເທດແມ່ນໄດ້ຈອງລາຍການທ່ອງທ່ຽວກັບ ບັນດາບໍລິສັດຄູ່ສັນຍາຢູ່ພາຍໃນປະເທດ. ຊຶ່ງຄາດວ່າໃນໄລຍະເດືອນ ມິຖຸນາ ປີ 2022 ເປັນຕົ້ນໄປນັກທ່ອງທ່ຽວຈາກ ພາກພື້ນ ແລະ ສາກົນ ຈະຄ່ອຍໆເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ຫຼາຍຂຶ້ນ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ອີງຕາມຂໍ້ມູນເບື້ອງຕົ້ນ, ນັບຕັ້ງແຕ່ ວັນທີ 09 ພຶດສະພາ ຫາວັນທີ 6 ມິຖຸນາ 2022 ມີຜູ້ເດີນທາງເຂົ້າ ສປປ ລາວ ຈຳນວນ 55.753 ຄົນ, ຜູ້ເດີນທາງອອກ ຈຳນວນ 56.325 ຄົນ. ນັກທ່ອງທ່ຽວພາຍໃນແຕ່ເດືອນມັງກອນ-ເມສາ 2022 ມີຈໍານວນ 463.907 ເທື່ອຄົນ (ຖ້າທຽບໃສ່ 4 ເດືອນຕົ້ນປີ 2021 ແມ່ນ ຫຼຸດລົງ 18.9%), ສ້າງລາຍຮັບຈາກນັກທ່ອງທ່ຽວພາຍໃນ 617.135.482.100 ກີບ (ຫົກຮ້ອຍສິບເຈັດຕື້ໜຶ່ງຮ້ອຍສາມສິບຫ້າລ້ານສີ່ຮ້ອຍແປດສິບສອງ ພັນໜຶ່ງຮ້ອຍກີບ) (52.398.296 ໂດລາສະຫະລັດ), ສະເລ່ຍໄລຍະພັກເຊົາ 2,5 ວັນ/ຄົນລາຍຈ່າຍສະເລ່ຍ 530.000 ກີບ ຕໍ່ຄົນ/ມື້ (45 ໂດລາສະຫະລັດ).