ເງິນຕາລົງແລ້ວແຕ່ ລາຄາສິນຄ້າສວນກະແສ ແລະຍັງແພງຂຶ້ນຕິກໆ

165

ສະພາບການຊື້-ຂາຍຢູ່ປະເທດເຮົາ ໃນສິນຄ້າຈຳນວນໜຶ່ງແມ່ນໄດ້ອາໄສການນຳເຂົ້າ ຈະຕ້ອງໄດ້ແລກປ່ຽນກີບເປັນເງິນຕາເພື່ອຈັດຊື້ມາ ແຕ່ປະຊາຊົນພວກເຮົາຜູ້ບໍລິໂພກທຸກຄົນເລີ່ມມີຄຳຖາມໃນໃຈ ຫຼາຍວັນມານີ້ອັດຕາການຊື້-ຂາຍເງິນຕາແມ່ນມີລາຄາຖືກລົງແລ້ວແຕ່ສິນຄ້າກັບສວນກະແສບໍ່ແມ່ນຈື້ງແຕ່ຍັງແພງຂຶ້ນຢ່າງຕໍ່ເນື່ອງສວນກະແສກັບຄ່າເງິນຢູ່.


ໄລຍະຜ່ານມາ ເງິນກີບແມ່ນອ່ອນຄ່າລົງຫຼາຍ ເຮັດຫາລາຄາສິນຄ້າ ເຄື່ອງອຸປະໂພກ-ບໍລິໂພກ, ລາຄານໍ້າມັນ ແລະ ເຄື່ອງໃຊ້ທີ່ຈໍາເປັນໃນຊີວິດປະຈໍາວັນແມ່ນມີລາຄາສູງຂຶ້ນຕາມອັດຕາມອັດຕາແລກປ່ຽນທີ່ມີການຜັນຜວນ ແຕ່ພາຍຫຼັງລັດຖະບານໄດ້ມີການວາງມາດຕະການ ເພື່ອຄຸ້ມຄອງການເໜັງຕີງຂອງເງິນຕາ ເຊິ່ງເຮັດໃຫ້ອັດຕາແລກປ່ຽນ ເປັນເງິນບາດ ແລະ ໂດລາຫຼຸດລົງ ອີງຕາມຂໍ້ມູນ ໃນວັນທີ 22 ມິຖຸນາ 2022 ອັດຕາແລກປຽນຈາກທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ (BCEL) ສໍາລັບສະກຸນເງິນໂດລາຊື້ເຂົ້າແມ່ນ 15.076 ຂາຍແມ່ນ 15.108 ແລະ ເງິນບາດຊື້ເຂົ້າແມ່ນ 476,48 ຂາຍແມ່ນ 480,07 ກີບ.


ສ່ວນລາຄາສິນຄ້າໃນຕົວຈິງ ຈາກການລົງໄປສໍາຫຼວດລາຄາສິນຄ້າຂອງທີມຂ່າວເສດຖະກິດ-ການຄ້າ ໂດຍສະເພາະທີ່ຈໍາເປັນໃນການໃຊ້ຊີວິດປະຈໍາວັນຂອງພໍ່ແມ່ປະຊາຊົນ ທີ່ຮ້ານຊຸບເປີມາເກັດຊື່ດັງ ແລະເປັນທີ່ນິຍົມສູງໃນນະຄອນຫຼວງວຽງຈັນ ສິນຄ້າຫຼາຍປະເພດຍັງມີລາຄາສູງກວ່າຕອນທີ່ອັດຕາແລກປ່ຽນມີການເໜັງຕີງຂຶ້ນສູງສຸດ.
ເຊິ່ງລາຄາໃນປັດຈຸບັນແມ່ນມີດັ່ງນີ້: ນໍ້າມັນພືດ ກາອາງຸ່ນ ຂະໜາດ 1.000ມີລີລິດ ລາຄາ 36.000ກີບ ເປັນ 45.000 ພັັນກີບ; ໄຂ່ໄກ່ CP ລາຄາ 46.000ກີບ ເປັນ 47.000ກີບ; ນໍ້າປາຂວດຢາງ ກາປາໝຶກ ຂະໜາດ 700ມີລີລິດ ຍັງຢູ່ທີ່ຈາກລາຄາ13.500 ເປັນ 15.000ກີບ; ປາກະປ໋ອງ ໂຣຊ່າ ລາຄາແມ່ນ 8.500ກີບ ເປັນ 9.000ກີບ; ແປ້ງນົວຂະໜາດກາງ 500ກຼາມ ຈາກ 25.500ກີບ ເປັນ 26.000ກີບ.


ນອກຈາກນີ້ຍັງມີສິນຄ້າທີ່ໃຊ້ໃນຊີວິດປະຈໍາວັນເຊັ່ນ ຢາຖູແຂ້ວ ຄໍເກດ ຫຼອດໃຫຍ່(ໂທໂທລ) ລາຄາແມ່ນ 27.000ກີບ ເປັນ 36.000ກີບ, ຢາສະຜົມ ຊັນຊີວ ຂະໜາດ 450ມີລີລິດ ລາຄາ 46.000ກີບ ເປັນ 50.000ກີບ, ສະບູ່ຝຸ່ນລາຄາ ຈາກ 64.000ກີບ ເປັນ 67.000ກີບ ປະລິມານ 2,700ກຼາມ.


ພ້ອມນີ້, ຍັງໄດ້ສອບຖາມລາຄາພືດຜັກ ແລະ ເຂົ້າສານ ຢູ່ທີ່ຕະຫຼາດ ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ,ນະຄອນຫຼວງວຽງຈັນ ໂດຍແມ່ຄ້າ ພໍ່ຄ້າຢູ່ທີ່ຕະຫຼາດດັ່ງກ່າວແມ່ນໄດ້ໃຫ້ຂໍ້ມູນວ່າ: ປັດຈຸບັນ ລາຄາພືດຜັກກໍມີການປັບຂຶ້ນລາຄາເປັນບາງປະເພດເຊັ່ນ ຫອມບົວໃບຕອນນີ້ ລາຄາ 40.000ກີບ/ໂລ ເປັນ 60.000ກີບ/ໂລ, ຫອມປ້ອມຍັງລາຄາເກົ່າ 40.000ກີບ/ໂລ, ຜັກກະລໍ່າ ແລະ ຜັັກກາດຂາວ ຈາກລາຄາ 8.000ກີບ/ໂລ ເປັນ 10.000ກີບ ແລະ ຜັກບົ້ງ ລາຄາ 6.000 ເປັນ 10.000ກີບ, ໝາກເຜັດຂຽວ ໂລ 60.000ກີບ ແດງ 70.000ກີບ/ກິໂລ, ໝາກນາວ 10.000ກີບ/ກິໂລ.


ປະເພດຊີ້ນລາຄາຊີ້ນງົວໃນມື້ນີ້ ແມ່ນລາຄາ 95.000ກີບ/ກິໂລ, ດູກຂ້າງ 40.000 ກີບຕໍ່ກິໂລ, ຕັບ 120.000 ກີບຕໍ່ກິໂລ ແລະ ຊີ້ນໝູ 70.000ກີບ/ກິໂລ, ດູກຂ້າງ 70.000ກີບ.
ສ່ວນເຂົ້່າສານໜຽວ ແມ່ນເລີ່ມຕົ້ນຈາກລາຄາ 90.000-120.000ກີບ ເປັນ 110.000-130.000 ແລະ ເຂົ້າສານຈ້າວ ແມ່ນ ຈາກລາຄາ 100.000-160.000ກີບ/12ໂລ ເປັນ 130.000ກີບ ເປັນ 170.000ກີບ.