ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

167

ວັນທີ 18 ມິຖຸນາ 2022 ຜ່ານມາ ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ IX ຈຳນວນ 86 ທ່ານ ນຳໂດຍ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ລົງຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວ ໂຮນດິ້ງ ຈໍາກັດ, ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການບໍລິສັດທ່າບົກທ່ານາແລ້ງ ພ້ອມດ້ວຍຄະນະ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວຕ້ອນຮັບ ທ່ານ ຈະເລີນ ເຢຍປາວເຮີ ພ້ອມດ້ວຍຄະນະຜູ້ແທນ ສສຊ ຢ່າງອົບອຸ່ນ. ພ້ອມທັງໄດ້ລາຍງານກ່ຽວກັບຄວາມເປັນມາຂອງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ວ່າເປັນໜຶ່ງໃນໂຄງການພັດທະນາ Laos Logistics Link ( LLL ) ທີ່ລວມມີ 4 ໂຄງການໃຫຍ່ ໄດ້ຮັບການອະນຸມັດສຳປະທານຈາກລັດຖະບານ ຄື:

1). ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ.

2). ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ.

3). ເສັ້ນທາງລົດໄຟ ລາວ – ຫວຽດນາມ.

4). ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000 MV ທີ່    ແຂວງຄຳມ່ວນ.

ໂຄງການດັ່ງກ່າວສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມໂຍງເຊື່ອມຈອດ, ຫັນຈາກປະເທດ Land Lock ສູ່ປະເທດ Land Link ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ.

ມາຮອດປັດຈຸບັນໂຄງການພັດທະນາດ່ານສາກົນທ່າບົກທ່ານາແລ້ງ ແມ່ນສຳເລັດໃນລະດັບທີ່ສາມາດໃຫ້ບໍລິການໄດ້ແບບສົມບູນ ແຕ່ຍັງມີບາງຈຸດທີ່ຍັງແກ້ໄຂ. ທັງໝົດນີ້ເປັນພຽງຈຸດໜຶ່ງຂອງວິໄສທັດ ແລະ ແຜນງານທັງໝົດວ່າດ້ວຍການເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງຕ່າງໆ, ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ພາຍຫຼັງເປີດໃຫ້ບໍລິການ ວັນທີ 4 ທັນວາ 2021 ແລະ ໄລຍະຜ່ານມາ 6 ເດືອນຕົ້ນປີ 2022 ໄດ້ເຮັດການບໍລິການສິນຄ້າແຕ່ ສປ ຈີນ ມາ ໄທ ແລະ ໄທ ໄປ ສປ ຈີນ ໄດ້ຫຼາຍກວ່າ 10 ພັນຕູ້ຄອນເທັນເນີ ເຊິ່ງເປັນປາກົດການໃໝ່ການຂົນສົ່ງທາງບົກ, ທາງລາງ ແລະ ເຮັດໃຫ້ ສປປ ລາວ ມີບົດບາດຕໍ່ເວທີສາກົນ, ເຮັດໃຫ້ທ່າບົກທ່ານາແລ້ງ ຖືກໂຄສະນາໄປໃນຫຼາຍໆປະເທດ ເຮັດໃຫ້ສາກົນເຫັນວ່າ ສປປ ລາວ ມີທ່າອ່ຽງໃນການພັດທະນາທຸລະກິດການບໍລິການດ້ານໂລຈິສຕິກເປັນຫຼັກ ແລະ ຈະມີຖານລາຍຮັບທີ່ມີຄວາມໝັ້ນຄົງສືບຕໍ່ໄປ.

May be an image of 1 person

ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການບໍລິສັດທ່າບົກທ່ານາແລ້ງ ກ່າວວ່າ: ການສ້າງທ່າບົກ ແມ່ນນອນຢູ່ໃນສົນທິສັນຍາອົງການສະຫະປະຊາຊາດ ວ່າດ້ວຍທ່າບົກແຕ່ປີ 2013, ປັດຈຸບັນໄດ້ຍົກທ່າບົກທ່ານາແລ້ງນີ້ ເປັນຄືກັບດ່ານສາກົນຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງ ຈໍານວນທັງໝົດ 382 ເຮັກຕາ ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກ ບໍ່ວ່າທາງດ້ານໂຄງລ່າງພື້ນຖານດ້ານການຄົມມະນາຄົມທີ່ມີການເຊື່ອມຕໍ່ກັບທ່າບົກ, ເສັ້ນທາງລົດໄຟ ລາວ – ໄທ ແລະ ລາວ – ຈີນ, ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ໃນອະນາຄົດ ແລະ ໂຄງການຍັງເປັນເຂດໂລຈິສຕິກຄົບວົງຈອນ ຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນ ຄື: 1. ສາງເກັບນໍ້າມັນ; 2. ເຂດໂລຈິສຕິກ ບໍລິການສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າ; 3. ເຂດການຄ້າເສລີ ຈະມີເຂດຜະລິດຕະພັນອຸດສາຫະກຳ, ເຂດເຕັກໂນໂລຊີ, ເຂດສຳນັກງານຫ້ອງການ, ເຂດການຄ້າ; 4. ທ່າບົກທ່ານາແລ້ງ ເປັນສູນກາງຄ່ຽນຖ່າຍສິນຄ້າ, ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າເຂົ້າ – ອອກຜ່ານແດນ ໂດຍມີບັນດາອົງປະກອບຂອງລະບົບສາງພາສີປະເພດຕ່າງໆຄົບວົງຈອນ. ນອກຈາກນັ້ນ, ຍັງມີອຸປະກອນຄ່ຽນຖ່າຍສິນຄ້າ, ຍານພາຫະນະ ແລະ ລະບົບສາງສິນຄ້າທຸກປະເພດ ເພື່ອອຳນວຍຄວາມສະດວກ ແລະ ຮອງຮັບປະລິມານຂອງຕູ້ສິນຄ້າທີ່ເພີ່ມຂຶ້ນ ແລະ 5). ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກເປັນເຂດທີ່ທັນສະໄໝ, ມີສະພາບແວດລ້ອມໃນການດຳເນີນທຸລະກິດທີ່ສາມາດແຂ່ງຂັນໄດ້.

May be an image of 9 people, people standing and outdoors

ນອກຈາກນີ້, ບັນດາຜູ້ແທນທີ່ລົງມາຢ້ຽມຢາມ ຍັງໄດ້ປຶກສາຫາລື ແລະ ສອບຖາມເຈົ້າຂອງໂຄງການ ກ່ຽວກັບບັນຫາຂໍ້ສົງໄສ, ພ້ອມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງການພັດທະນາດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ເພື່ອໃຫ້ເຫັນບັນຫາ ລວມທັງນິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງໃນການຄຸ້ມຄອງ ເພື່ອອຳນວຍ ຄວາມສະດວກພັດທະນາໂຄງການດັ່ງກ່າວ.

May be an image of 20 people and people standing

ໃນຕອນທ້າຍ, ທ່ານ ຈະເລີນ ເຢຍປາວເຮີ ໄດ້ກ່າວຍ້ອງຍໍຊົມເຊີຍ ທ່ານ ຈັນທອນ ສິດທິໄຊ ພ້ອມດ້ວຍຄະນະ ທີ່ໄດ້ຕັດສິນໃຈພັດທະນາໂຄງການນີ້ຂຶ້ນມາໃຫ້ເປັນຮູບປະທຳ ເຖິງຈະມີຂໍ້ຫຍຸ້ງຍາກຫຼາຍຢ່າງກໍຕາມ. ພ້ອມດຽວກັນ, ໃນນາມເປັນປະທານກຳມາທິການກົດໝາຍ ຈະສົມທົບກັບບັນດາກຳມາທິການກົດໝາຍເສດຖະກິດຂອງສະພາແຫ່ງຊາດ ແລະ ກຳມາທິການທີ່ກ່ຽວຂ້ອງ ຄົ້ນຄວ້າຊ່ວຍເບິ່ງວ່ານິຕິກຳ ແລະ ກົດໝາຍທີ່ ສປປ ລາວ ມີມາຮັບໃຊ້ໃຫ້ສອດຄ່ອງ, ອັນໃດບໍ່ສອດຄ່ອງ ກໍຕ້ອງໄດ້ປັບປຸງແກ້ໄຂ ເພາະວ່າຈຸດນີ້ເປັນຈຸດເຊື່ອມຕໍ່ເຊື່ອມໂຍງໃຫຍ່ ຖ້າພວກເຮົາເຮັດໄດ້ດີກໍຈະຂະຫຍາຍຕົວແບບກະໂດດໄດ້.