ໃຜຍັງເປັນອາສາຢູ່ໃຈເຢັນໆເດີ້! ລັດຖະບານ ພວມເລັ່ງແກ້ໄຂຜູ້ລໍຖ້າບັນຈຸເປັນລັດຖະກອນ

57

ກະແສພະນັກງານອາສາຍັງມາຕໍ່ເນື່ອງ ບໍ່ສະເພາະແຕ່ຄູອາສາເທົ່ານັ້ນ ແຕ່ຍັງມີອີກຫຼາຍຂະແໜງການບາງຄົນຢູ່ຄົນອາຍຸຄົນຈະກາຍອາຍຸໃນເງື່ອນໄຂຮັບເຂົ້າລັດແລ້ວແຕ່ຍັງບໍ່ມີວີ່ແວວໄດ້ເຂົ້າເລີຍ ບາງຄົນອົດບໍ່ລົນທົນບໍໄດ້ກໍຍອມຖີ້ມເວລາຫຼາຍປີເສຍຖີ້ມແລະລາອອກກໍມີຫຼາຍ ແນວໃດກໍ່ດີ ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເຂົ້າເປັນລັດຖະກອນຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະບານ ຈະສືບຕໍ່ສະໜອງໂກຕ້າ ໃຫ້ລັດຖະກອນ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ລັດຖະກອນຄູ, ລັດຖະກອນແພດ ຢູ່ເຂດຫ່າງໄກສອກຫລີກ, ທຸລະກັນດານ ໂດຍໃຫ້ບູລິມະສິດພິ ຈາລະນາຮັບເອົາອາສາສະໝັກ ທີ່ມີຄວາມຮູ້ຄວາມສາມາດ, ມີມາດຖານຄົບຖ້ວນ ແລະ ປະຕິບັດວຽກງານມາຫລາຍປີ.

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສາພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ນີ້ວ່າ: ສຳລັບປີ 2022, ລັດຖະບານໄດ້ອະນຸມັດຕົວເລກລັດຖະກອນໃໝ່ ຈຳນວນ1.300 ຄົນ, ໃນນັ້ນ, ໄດ້ແບ່ງໃຫ້ລັດຖະກອນຄູ ຈຳນວນ 340 ຄົນ ແລະ ລັດຖະກອນແພດຈໍານວນ 320 ຄົນ. ປັດຈຸບັນ, ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ກຳລັງຈັດຕັ້ງປະຕິບັດການສອບເສັງຄັດເລືອກລັດຖະກອນໃໝ່ ເພື່ອບັນຈຸໃຫ້ທັນຕາມກຳນົດເວລາ ພ້ອມກັນນັ້ນ, ກະຊວງພາຍໃນ ກຳລັງສັງລວມສະຖິຕິພະນັກ ງານ-ລັດຖະກອນທົ່ວປະເທດໃນປີ 2022 ເພື່ອລາຍງານລັດຖະບານ ໃນເດືອນສິງຫາ 2022 ທີ່ຈະມາເຖິງນີ້.

ທ່ານ ທອງຈັນ ມະນີໄຊ ກ່າວວ່າ: ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເປັນລັດຖະກອນ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ, ລັດຖະບານ ຈະສືບຕໍ່ຄົ້ນຄວ້າ ການຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານ ເທື່ອລະກ້າວໂດຍຫັນເອົາພະນັກງານ-ລັດຖະກອນ, ອາສາສະໝັກ ແລະ ພະນັກງານຕາມສັນຍາ ທີ່ສັງກັດໃນຫົວໜ່ວຍວິຊາການດັ່ງກ່າວ ເປັນພາລະກອນຕາມຕຳແໜ່ງງານ (ເຊິ່ງພະລາກອນ ແມ່ນ ພະນັກງານຂອງລັດ ທີ່ປະຕິບັດໜ້າທີ່ຢູ່ຫົວໜ່ວຍວິຊາການຂອງລັດ ເປັນຕົ້ນແມ່ນ ບັນດາສະຖາບັນການສຶກສາວິຊາຊີບ ຂຶ້ນໄປ, ໂຮງໝໍ ແລະ ບັນດາສູນ ທີ່ສາມາດສ້າງລາຍຮັບດ້ານການເງິນກຸ້ມຕົນເອງທາງດ້ານງົບປະມານ ເຊິ່ງປັດຈຸບັນ, ລັດຖະບານ ໄດ້ທົດລອງຢູ່ 5 ພາກສ່ວນຄື: ໂຮງໝໍມະໂຫສົດ, ໂຮງໝໍໄຊເສດຖາທິຣາດ, ໂຮງໝໍມິດຕະພາບ, ມະຫາວິທະຍາໄລແຫ່ງຊາດແລະ ວິທະຍາໄລເຕັກນິກປາກປ່າສັກ).

ຖ້າສາມາດຫັນໄດ້ສຳເລັດຕາມຄາດໝາຍ ພວກເຮົາກໍ່ຈະສາມາດຈັດສັນໂກຕ້າລັດຖະກອນຄູ, ແພດ ແລະ ລັດຖະກອນອື່ນໆຂອງບັນດາຫົວໜ່ວຍວິຊາການ ໄປໃຫ້ເຂດຫ່າງໄກສອກຫລີກ, ເຂດທຸລະກັນດານ ແລະ ຂະແໜງການອື່ນໆທີ່ຍັງຂາດແຄນ.

ພ້ອມກັນນັ້ນ, ກໍໃຫ້ກະຊວງກ່ຽວຂ້ອງຍັງໄດ້ຄົ້ນຄວ້າສັບຊ້ອນ ລັດຖະກອນຄູ ຢູ່ໃນຕົວເມືອງ ທີ່ເຫລືອລົງໄປປະຈຳຢູ່ເຂດຊົນນະບົດ, ສືບຕໍ່ຕິດຕາມ, ກວດກາ ແລະ ຄວບຄຸມການຍົກຍ້າຍ ຂອງລັດຖະກອນຄູ ຢູ່ເຂດຫ່າງໄກສອກຫລີກ ເຂົ້າສູ່ຕົວເມືອງ ແລະ ຍົກຍ້າຍມາເປັນລັດຖະກອນບໍລິຫານ, ນອກຈາກນັ້ນ ໃຫ້ສືບຕໍ່ເກັບກຳຂໍ້ມູນລັດຖະກອນຄູສາຍວິຊາສະເພາະທີ່ຍັງຂາດເຂີນ ເພື່ອວາງແຜນສ້າງບຸກຄະລະກອນ ສາຍວິຊາສະ ເພາະທີ່ຍັງຂາດເຂີນ ພ້ອມທັງສືບຕໍ່ເກັບກຳຂໍ້ມູນ ພະນັກງານອາສາສະໝັກ, ພະນັກ ງານຕາມສັນຍາໃຫ້ມີຄວາມຊັດເຈນ ກ່ອນພິຈາລະນາບັນຈຸລັດຖະກອນໃໝ່ໃນປີໜ້າ.