ຈີນ ເຊື່ອມຕໍ່ເສົາສົ່ງໄຟຟ້າສູງທີ່ສຸດໃນໂລກສຳເລັດ

117

ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 14 ມິຖຸນາ 2022 ວ່າ ຈີນ ສາມາດເຊື່ອມຕໍ່ເສົາສາຍສົ່ງໄຟຟ້າສູງ 385 ແມັດ ຈຳນວນ 2 ຕົ້ນ ເຊິ່ງຖືວ່າເປັນເສົາໄຟຟ້າສູງທີ່ສຸດໃນໂລກຂ້າມແມ່ນ້ຳແຍງຊີ

ດ້ວຍສາຍໄຟຟ້າສຳເລັດແລ້ວ ປະກອບດ້ວຍສາຍເຄເບີລ 24 ເສັ້ນ ນ້ຳໜັກປະມານ 410 ໂຕນ ມີ ຄວາມຍາວ 2,5 ກິໂລແມັດ ຖືກຕິດຕັ້ງລະຫວ່າງເສົາສາຍສົ່ງໄຟຟ້າ 2 ຕົ້ນ ເພື່ອເປັນສ່ວນໜຶ່ງຂອງໂຄງການຈ່າຍໄຟຟ້າຂະໜາດ 500 ກິໂລໂວນ ( kV ) ຂ້າມແມ່ນ້ຳ ທີ່ມີການຈະລາຈອນທີ່ໜາແໜ້ນສຸດໃນປະເທດ.

ໂຄງການກະຈາຍໄຟຟ້າແຫ່ງນີ້ ຈະເປີດໃຫ້ບໍລິການປີໜ້າ ແລະ ຈະຈ່າຍພະລັງງານໝູນວຽນຈາກແມ່ນ້ຳແຍງຊີ ຕອນເທິງ ສູ່ຕອນລຸ່ມ 28,9 ລ້ານກິໂລວັດໂມງ ຫຼັງເປີດດຳເນີນການ ໂດຍມີເປົ້າໝາຍກະຈາຍໄຟຟ້າໃຫ້ແກ່ຜູ້ຊົມໃຊ້ 8 ລ້ານຄົວເຮືອນ.