ລະວັງແນ່ເດີ້ຊວງນີ້ ເຕືອນຝົນຕົກໜັກ ! ເຂດບ້ານເຈົ້າເປັນແນວໃດ ?

80

ອຸຕຸເຕືອນຝົນຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ໄລຍະ 13-16 ມິຖຸນານີ້
ພະຍາກອນອາກາດອາທິດນີ້ ອຸຕຸມີຄຳເຕືອນເຝົ້າລະວັງຝົນຕົກໜັກ, ດິນເຈື່ອນຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ໄລຍະວັນທີ 13-16 ມິຖຸນານີ້ ເນື່ອງຈາກຮ່ອງຝົນ ຈະພາດຜ່ານ ຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ.


ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 13 ຫາ 19 ມິຖຸນາ 2022 ວ່າ: ໄລຍະວັນທີ 13 ຫາ 16 ມິຖຸນານີ້ ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງ ຂອງປະເທດລາວ, ສ່ວນພາກໃຕ້ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນປົກຄຸມດ້ວຍສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນກຳລັງແຮງຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖີ່ນແຂວງເໜືອ ແລະ ພາກກາງ.

ຈາກນັ້ນ ໃນວັນທີ 17 ຫາ 19 ມິຖຸນາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງປານກາງພັດປົກຄຸມ ເຊິ່ງຈະເຮັດໃຫ້ຝົນຍັງສືບຕໍ່ຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖີ່ນແຂວງພາກກາງ ແລະ ພາກໃຕ້.


ຄໍາເຕືອນເຝົ້າລະວັງສະພາບຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນ ໃນໄລຍະວັນທີ 13 ຫາ 16 ມິຖຸນາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງ ຂອງປະເທດລາວ ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖີ່ນແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ ຟ້າຮ້ອງ – ຟ້າເຫຼື້ອມ, ຟ້າຜ່າ ແລະ ດິນເຈື່ອນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ສໍາລັບຜູ້ທີ່ອາໄສຢູ່ແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິະມັດລະວັງຕໍ່ສະພາບດິນເຈື່ອນ ແລະ ນໍ້າຖ້ວມຊູ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ.