ທາງດ່ວນແຈ້ງ! ຍັງເປີດໃຊ້ປົກກະຕິ ປະຊາຊົນບໍ່ໃຫ້ແຕກຕື່ນກັບຂ່າວ

299

ຈາກເຫດການທີ່ເກີດຂຶ້ນ ທີ່ມີຄິບຂອງການຍິງກັນທີ່ເສັ້ນທາງດ່ວນ ເຮັດໃຫ້ເປັນກະແສ ອັນສ້າງຄວາມຢ້ານກົວໃຫ້ແກ່ຜູ້ທີ່ຈະນຳໃຊ້ທາງດ່ວນ ເຊິ່ງຫຼ້າສຸດທາງດ່ວນວຽງຈັນ-ວັງວຽງ ກໍ່ໄດ້ອອກຊີ້ແຈ້ງແລ້ວວ່າ: ຕອນສວາຍຂອງ ວັນທີ 5 ມິຖຸນາ 2022 ທາງອອກປາກອຸໂມງມິດຕະພາບ ລາວ-ຈີນ ທິດທາງນະຄອນຫຼວງວຽງຈັນຫາວັງວຽງ, ມີເຫດການຍິງປືນເກີດຂຶ້ນໂດຍທີ່ບໍ່ຊາບສາເຫດ, ສາເຫດ, ຈຸດປະສົງ ແລະ ແຮງຈູງໃຈ ຂອງເຫດການຄັ້ງນີ້ທາງເຈົ້າໜ້າທີ່ຕຳຫຼວດກຳລັງສຶບສວນ.

ພາຍຫລັງໄດ້ຮັບແຈ້ງເຫດທີມຊ່ວຍເຫຼືອ ກໍ່ເລີ່ມປະຕິບັດແຜນການກ່ຽວກັບການຮັບມືກັບເຫດສຸກເສີນທັນທີ, ພ້ອມທັງດຳເນີນການແຈ້ງເຫດຫາ ປກສ ໂພນໂຮງ ແລະ ຫີນເຫີບເພື່ອປະກອບສ່ວນຊ່ວຍເຫຼືອເຈົ້າໜ້າທີ່ປິດທາງຂາອອກສະຖານີຫີນເຫີບ, ນ້ໍາງື່ມ, ວັງວຽງ ສາມບ່ອນ.

ປະຈຸບັນ, ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ກຳລັງຮ່ວມມືກັບທາງເຈົ້າໜ້າທີ່ຕຳຫຼວດໃນການລົງເລິກສຶບສວນ, ຂໍໃຫ້ບັນດາມວນຊົນປະຊາຊົນຍັງຄົງເລືອກໃຊ້ທາງດ່ວນທີ່ເປັນການສັນຈອນທີ່ສະດວກຄືຕາມເດີມ.

ຈາກເຫດການນີ້, ເສັ້ນທາງດ່ວນແມ່ນບໍ່ໄດ້ຮັບຜົນກະທົບ, ປອດໄພຕະຫຼອດທາງ ແລະ ດຳເນີນງານຕາມປົກກະຕິ ແລະ ຂໍໃຫ້ບັນດາມວນຊົນຢ່າກັງວົນເກີນໄປ ຖ້າໜ່ວຍງານ ຫຼື ບຸກຄົນໃດທີ່ລົງຂ່າວສານທີ່ບໍ່ມີມູນຄວາມຈີງ ແລະ ການກະທຳໃສ່ຮ້າຍປ້າຍສີທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ທາງບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ຈະໄດ້ອີງຕາມກົດໝາຍໃນການຕາມຜູ້ກ່ຽວມາຮັບຜິດຊອບ.

Vientiane-Vangvieng Express way ທາງດ່ວນ ວຽງຈັນ-ວັງວຽງ