ກະຊວງການເງິນ ເລີ່ມດຳເນີນການຕິດກາໝາຍລົດຮັບໃຊ້ວຽກທາງລັດຖະການ

489

ວັນທີ 2 ມິຖຸນາ ຜ່ານມາ, ກະຊວງການເງິນ ໄດ້ຈັດຕັ້ງປະຕິບັດການຕິດກາໝາຍ(ໂລໂກ້) ລົດຮັບໃຊ້ວຽກທາງລັດຖະການ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທັງນີ້ ກໍເພື່ອສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະພາຍຫລັງສຳເລັດການເຜີຍແຜ່ດຳລັດວ່າດ້ວຍລົດ ຂອງລັດສະບັບເລກທີ 599/ລບ ແລະ ບັນດານິຕິກຳທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ, ທັງເປັນການຕິດຕາມ, ຊຸກຍູ້ການຈັດ ຕັ້ງປະຕິບັດດຳລັດດັ່ງກ່າວ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.


ການຈັດຕັ້ງປະຕິບັດຕິດ ກາໝາຍ(ໂລໂກ້) ລົດຮັບໃຊ້ວຽກທາງລັດຖະການ (ລົດບໍລິຫານຂອງລັດ,ລົດວິຊາສະເພາະ) ຂອງກະຊວງການເງິນ ໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ ເປັນຕົ້ນ ຫ້ອງການກະຊວງ, ກົມພາສີ, ກົມສ່ວຍສາອາກອນ, ຄັງເງິນແຫ່ງຊາດ, ກົມຄຸ້ມຄອງຊັບສິນແຫ່ງລັດ ເພື່ອຄວາມເປັນເອກະພາບໃນການນຳໃຊ້ລົດບໍລິຫານຂອງລັດ ພາຍໃນກະຊວງການເງິນ ພາຍໃຕ້ການຊີ້ນຳນຳພາຂອງຄະນະນຳກະຊວງການເງິນ ແລະ ຈະໄດ້ສືບຕໍ່ຕິດກາໝາຍ ໃສ່ລົດບໍລິຫານຂອງລັດ, ລົດວິຊາສະເພາະຂອງກະຊວງການເງິນໃຫ້ຄົບຖ້ວນ. ທັງນີ້, ກໍເພື່ອເປັນການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະ ມານທີ່ບໍ່ຈຳເປັນ ໂດຍເປັນການປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳໃຫ້ປະກົດຜົນເປັນຈິງ.


ດຳລັດສະບັບເລກທີ 599/ລບ ແມ່ນໜຶ່ງໃນນິຕິກຳ ກໍຄື ມາດຕະການທີ່ລັດຖະ ບານ ໄດ້ຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນອັນລະອຽດ ເຊິ່ງເນື້ອໃນຈິດໃຈຂອງດຳລັດດັ່ງກ່າວ ເປັນການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານທີ່ບໍ່ຈຳເປັນໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດ ຄ່ອງກັບເງື່ອນໄຂຕົວຈິງ ໂດຍສະເພາະການຫລຸດຈຳນວນລົດລົງ, ການຖອນຄືນ, ການ ດຸ່ນດ່ຽງດັດສົມລົດປະຈຳຕຳແໜ່ງ, ດັດປັບການເບີກຈ່າຍນ້ຳມັນ, ການຫັນມາໃຊ້ລົດໄຟຟ້າໃຫ້ຫລາຍຂຶ້ນ ແລະ ອື່ນໆ.


ການຈັດຕັ້ງປະຕິບັດດຳລັດສະບັບນີ້, ສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດ, ສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ສັງຄົມຫລາຍຂຶ້ນ, ສິ່ງສຳຄັນແມ່ນປະຕິບັດທິດຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ.
ຂ່າວ-ພາບ: ກະຊວງການເງິນ