ສົ່ງເສີມການຜະລິດພາຍໃນຢ່າງຈີງຈັງ ເພື່ອຫຼຸດຜ່ອນການນຳເຂົ້າ

81

ໄລຍະການລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ປະຊາຊົນລາວຜະເຊີນກັບບັນຫາສິນຄ້າຂາດແຄນແລະແພງຂຶ້ນ ເຊິ່ງສ່ວນໃຫຍ່ເປັນສິນຄ້ານຳເຂົ້າ, ຈາກຈຸດນີ້ເຮັດໃຫ້ມີຫຼາຍຄຳຖາມຕາມມາວ່າເປັນຫຍັງລາວຄືບໍ່ຜະລິດພາຍໃນເອງ ເປັນຕົ້ນສິນຄ້າທີ່ສາມາດຜະລິດໄດ້ ມີທ່າແຮງ, ມີວັດຖຸດິບຢູ່ພາຍໃນປະເທດ ໃນຂະນະດຽວກັນກໍ່ມີອີກກຸ່ມທີ່ມີຄຳເຫັນວ່າ ສິນຄ້າທີ່ຜະລິດຢູ່ລາວແພງເກີນໄປຖ້າທຽບໃສ່ສິນຄ້ານຳເຂົ້າ ແນວໃດກໍ່ຕາມ ມື້ນີ້ເຮົາມາເບິ່ງບົດຄົ້ນຄວ້າຂອງ ສະຖາບັນອຸດສາຫະກຳ ແລະການຄ້າ ວ່າບັນຫາ ແລະສິ່ງທ້າທາຍຂອງສິນລາວຢູ່ຕະຫຼາດພາຍໃນຄືສິ່ງໃດ.

ຈາກຂໍ້ມູນບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍ ບັນຫາ ແລະ ສິ່ງທ້າທາຍຂອງສິນຄ້າລາວໃນການເຂົ້າເຖິງຕະຫຼາດພາຍໃນ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ຂອງສະຖາບັນອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ເດືອນພຶດສະພາ 2022 ໃຫ້ຮູ້ວ່າ: ກ່ອນວິກິດການລະບາດຂອງພະຍາດໂຄວິດ-19 ສິນຄ້າລາວກໍມີບັນຫາ ແລະ ສິ່ງທ້າທາຍໃນການແຂ່ງຂັນກັບສິນຄ້ານໍາເຂົ້າຈາກຕ່າງປະເທດຢູ່ແລ້ວ ເນື່ອງຈາກມີຂໍ້ຈໍາກັດຫຼາຍຢ່າງ. ໃນໄລຍະຜ່ານມາອີງໃສ່ການຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ (2016-2020) ເຫັນໄດ້ວ່າຜູ້ຜະລິດພາຍໃນຍັງບໍ່ເຂັ້ມແຂງ ເນື່ອງຈາກຂໍ້ຈຳກັດດ້ານທຶນຮອນ, ບົດຮຽນການຄຸ້ມຄອງ ແລະ ບໍລິຫານທຸລະກິດອ່ອນນ້ອຍ, ຄຸນນະພາບສີມືແຮງງານມີຈຳກັດ, ຂາດລະບົບຊ່ວຍສະໜັບສະໜູນຢ່າງເຕັມທີ່ ສົ່ງຜົນເຮັດໃຫ້ການຜະລິດສິນຄ້າລາວ ຍັງເປັນແບບປະຖົມປະຖານ, ການນໍາໃຊ້ເຄື່ອງຈັກທີ່ທັນສະໄໝ ແລະ ນະວັດຕະກໍາໃໝ່ໆມີຈຳກັດ ສົ່ງຜົນເຮັດໃຫ້ສິນຄ້າທີ່ຜະລິດອອກມາມີຄຸນນະພາບບໍ່ສູງ, ຂາດຄວາມສະໝໍ່າສະເໝີ ແລະ ມີຕົ້ນທຶນທີ່ສູງ ແລະ ວິກິດການລະບາດຂອງພະຍາດໂຄວິດ-19 ຍິ່ງຊໍ້າເຕີມບັນຫາໃນການດຳເນີນທຸລະກິດຫຼາຍຂຶ້ນ.

ຈາກຜົນການຄົ້ນຄວ້າພົບວ່າ ປັດໄຈທີ່ຈະເຮັດໃຫ້ສິນຄ້າລາວເຂົ້າເຖິງຕະຫຼາດພາຍໃນໄດ້ມີ 3 ປັດໄຈຄື: 1. ແມ່ນຄວາມພ້ອມຂອງຜູ້ປະກອບການໃນທຸລະກິດນັ້ນໆ ທີ່ເປັນຜູ້ທີ່ຕັດສິນທຸກບັນຫາໃນການດຳເນີນທຸລະກິດ ທີ່ກ່ຽວຂ້ອງກັບການເບິ່ງ ແລະ ວາງລະບົບຕ່າງໆໃຫ້ຮອບດ້ານ (ການບໍລິຫານ, ການຕະ ຫຼາດ, ເຕັກນິກ, ການເງິນ) ເພື່ອເຮັດໃຫ້ການຜະລິດສິນຄ້າ ກົງກັບຄວາມຕ້ອງການຂອງຕະຫຼາດ ແລະ ມີຄວາມພ້ອມໃນການເຂົ້າເຖິງຕະຫຼາດຢ່າງເຕັມທ່າແຮງທີ່ມີ ພ້ອມທັງຊອກຊ່ອງທາງວິທີການທີ່ເໝາະສົມໃນການຫັນວິກິດ ໃຫ້ເປັນໂອກາດໃນການພັດທະນາສິນຄ້າລາວ.

2. ຄວາມພ້ອມຂອງໂຕສິນຄ້າ (ການອອກແບບ, ຄຸນນະພາບ, ມາດຕະຖານ, ການຫຸ້ມຫໍ່, ຄວາມຫຼາກຫຼາຍ ແລະ ການຕັ້ງລາຄາຂາຍທີ່ເໝາະສົມ ເພື່ອສ້າງໃຫ້ລູກຄ້າສົນໃຈ ແລະ ຕັດສິນໃຈຊື້). ຜ່ານການເຂົ້າຮ່ວມງານວາງສະແດງ, ງານເທສະການຕ່າງໆ, ການກະຈາຍສິນຄ້າຜ່ານຊ່ອງທາງຕ່າງໆ. ຖ້າສິນຄ້າດັ່ງກ່າວ ສາມາດນໍາໃຊ້ທ່າແຮງດ້ານວັດຖຸດິບທີ່ມີຢູ່ພາຍໃນປະເທດຈະດີຍິ່ງຂຶ້ນ ເພື່ອໃຫ້ມີຕົ້ນທຶນການຜະລິດທີ່ຄວາມເໝາະສົມ ແລະ ຫຼຸດຜ່ອນການເອື່ອຍອີງວັດຖຸດິບນຳເຂົ້າຈາກຕ່າງປະເທດລົງເທື່ອລະກ້າວ.

3. ຊ່ອງທາງຈໍາໜ່າຍທີ່ຫຼາກຫຼາຍ ເຊັ່ນ: ການຂາຍສິນຄ້າຜ່ານໜ້າຮ້ານ, ການຂາຍໃຫ້ຮ້ານຄ້າຕົວແທນໄປຂາຍຕໍ່, ການຂາຍໃຫ້ກຸ່ມຄົນຮູ້ຈັກ, ການຂາຍຜ່ານສື່ສັງຄົມອອນລາຍ(Social Media), ການໃຫ້ຄົນດັງມີຊື່ສຽງມາແນະນຳສິນຄ້າໃຫ້, ການຂາຍຜ່ານລະບົບຊື້ຂາຍອອນລາຍ(Platforms) ສຸດທ້າຍອາດກ້າວໄປຫາການຂາຍຜ່ານລະບົບອັດຕະໂນມັດ. ພ້ອມກັນນັ້ນ, ໂດຍທົ່ວໄປແລ້ວໃນທາງປະຕິບັດ ສິ່ງທີ່ຜູ້ປະກອບການສາມາດເຮັດໄດ້ຄືປັບຕົວ ແລະ ປະຄັບປະຄອງທຸລະກິດໃຫ້ຢູ່ລອດກ່ອນ ໂດຍຜ່ານການຄວບຄຸມຕົ້ນທຶນການຜະລິດ ພ້ອມທັງ ດໍາເນີນການເຂົ້າສູ່ຕະຫຼາດໃໝ່, ຮັກສາຕະຫຼາດເກົ່າ ຜ່ານຫຼາຍຊ່ອງທາງ ໂດຍອີງໃສ່ແນວໂນ້ມຂອງຕະຫຼາດ ແລະ ຄວາມພ້ອມດ້ານເງິນທຶນຂອງທຸລະກິດ ໂດຍເບິ່ງຈາກສະພາບປິ່ນອ້ອມໃນການດຳເນີນທຸລະກິດ ແລະ ສິນຄ້າທຽບກັບຄູ່ແຂ່ງ.

ເຊິ່ງບົດຄົ້ນຄວ້າຍັງບໍ່ໝົດເທົ່ານີ້ ທີມຂ່າວຈະນຳເອົາບັນຫາ ແລະສິ່ງທ້າທາຍຂອງສິນຄ້າລາວ ໃນການເຂົ້າເຖິງຕະຫຼາດພາຍໃນມາສະເໜີຕໍ່ໃນມື້ຖັດໄປ.