ໂຄງການກໍ່ສ້າງບ້ານຈັດສັນ 4 ແຫ່ງໃນ 3 ແຂວງ ແມ່ນຮັບປະກັນ 2 ປີ ພ້ອມທາງບໍລິສັດຈະສົ່ງວິຊາການລົງກວດກາເປັນປະຈຳ

304

ໂຄງການກໍ່ສ້າງບ້ານຈັດສັນ 4 ແຫ່ງ ຢູ່ 3 ແຂວງ ຄື: ບ້ານນາເຕີຍ ເມືອງນ້ໍາທາ ແຂວງຫຼວງນ້ໍາທາ, ບ້ານນາໝໍ້ໃຕ້ ເມືອງນາໝໍ້; ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ ແລະ ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ລວມທັງ ໝົດ 349 ຫຼັງຄາເຮືອນ. ສະເພາະຢູ່ບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນ້ໍາທາ ມີ 159 ຫຼັງ.

ທ່ານ ຈິນກົວຟິງ ຜູ້ຕາງໜ້າບໍລິສັດຄຸ້ມຄອງໂຄງການ (ຝ່າຍຈີນ) ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການເຮົາ ແມ່ນພົບຄວາມຫຍຸ້ງຍາກແມ່ນຊ່ວງຕົ້ນເດືອນ 4 2021 ໂດຍສະເພາະແມ່ນການຜ່ານລະບາດໂຄວິດ-19 ແລະ ດີທີ່ໄດ້ຮັບການສະໜັບສະໜູນຈາກການນຳພັກລັດ ທາງພວກເຮົາທັງຈັດຕັ້ງປະຕິບັດໂຄງການໃຫ້ໄດ້ຕາມແຜນທີ່ວາງໄວ້, ມີຫຼາຍດ່ານທີ່ປິດການນຳເຂົ້າວັດສະດຸມີຄວາມຫຍຸ້ງຍາກ ແຕ່ພວກເຮົາກໍສືບຕໍ່ປະສານງານຮ່ວມກັບພາກລັດຊຸກຍູ້ຊ່ວຍບໍລິສັດກໍ່ສ້າງເຮົາ ໂຄງການໄລຍະການກໍ່ສ້າງ ແລະ ສິ້ນສຸດການກໍ່ສ້າງທ້າຍເດືອນມີນາ 2022 ແຕ່ກໍ່ຍັງບໍ່ສຳເລັດລາບລື່ນເທົ່າທີ່ຄວນ.

ສຳລັບການກໍ່ສ້າງໂຄງການນີ້ແມ່ນສ້າງຕາມມາດຕະຖານຂອງຈີນຖືວ່າເປັນລະດັບທີ່ສູງ ເຊິ່ງໂຄງການກໍ່ໄດ້ສົບທົບກັບໂຄງການຝ່າຍລາວຈັດຕັ້ງປະຕິບັດກໍ່ສ້າງ ປະເມີນແລ້ວມາດຕະຖານທີ່ດີ ແລະ ການຮັບປະກັນໂຄງການນີ້ ຫຼັງຈາກກໍ່ສ້າງສຳເລັດແລ້ວທຸກຢ່າງແລ້ວ ບໍລິສັດເຮົາແມ່ນຮັບປະກັນ 2 ປີ, ບໍ່ວ່າຈະເປັນເສັ້ນທາງ ແລະ ລະບົບຄອງລະບາຍນໍ້າ ພາຍຫຼັງມອບຮັບໂຄງການສຳເລັດແລ້ວ ຈະໄດ້ປະຕິບັດຕາມສັນຍາໂດຍການຈັດແຈງເອກະສານເພື່ອບັນທຶກຮັບຮອງ ແລະ ຈະຈັດແຈງວິຊາການໄປກວດສອບເປັນແຕ່ໄລຍະ.

ສ່ວນໜ້າວຽກທີ່ຍັງບໍ່ທັນແລ້ວກໍ່ຈະເປັນໜ້າວຽກຍ່ອຍເລັກໆໜ້ອຍໆເທົ່ານັ້ນ ຫຼັງຈາກນັ້ນພວກເຮົາກໍ່ຈະເຮັດເອກະສານບັນທຶກມອບ-ຮັບໃຫ້ກັບໜ່ວຍງານຮັບຜິດຊອບທີ່ກ່ຽວຂ້ອງ.

ພາຍຫຼັງມອບຮັບ ແລະ ຈະມອບຕໍ່ໃຫ້ປະຊາຊົນເຂົ້າຢູ່ ເຊິ່ງປະຊາຊົນກໍ່ມີຄວາມດີໃຈ ເພິ່ງພໍໃຈທີ່ໄດ້ຮັບເຮືອນໃໝ່ຖາວອນ ຖ້າທຽບໃສ່ເມື່ອກ່ອນ, ໂອກາດນີ້ ຂໍຝາກມາຍັງພໍ່ແມ່ປະຊາຊົນທີ່ຈະເຂົ້າມາອາໄສຢູ່ຂໍໃຫ້ເພິ່ນມີຄວາມສຸກ ແລະ ພະຍາຍາມພ້ອມກັນຮັກສາ ບໍ່ວ່າຈະເປັນດ້ານສິ່ງແວດລ້ອມ ແລະ ຄອງລະບາຍນໍ້າ ຮ່ວມກັນອະນະໄມ.