ໜ້າຕົກໃຈ!ຄົນລາວເສຍຊີວິດຍ້ອນ ສູບຢາປະມານ 7.000 ຄົນຕໍ່ປີ ຫຼື ມື້ລະ 19 ຄົນ

70

ການສູບຢາສົ່ງຜົນກະທົບຕໍ່ຮ່າງກາຍ ເຊິ່ງທຸກຄົນຮູ້ດີ ແຕ່ຄົນກໍ່ນິຍົມຢູ່ບໍ່ເລິກບໍແລ້ວ ປັດຈຸບັນມີທັງຢາສູບໄຟຟ້າທີ່ເຫັນໄດ້ໃນກຸ່ມຄົນໄວລຸ້ນກຳລັງນິຍົມເປັນຈຳນວນຫຼວງຫຼາຍ ແລະ ທີ່ເປັນຢາຊອງສຳເລັດຮູບ ພາຍໃນຄວັນຂອງຢາສູບລ້ວນແລ້ວແຕ່ມີສານທີ່ເປັນອັນຕະລາຍ ເມື່ອສູບເຂົ້າໄປກໍ່ລ້ວນໄດ້ຮັບສານເຫຼົ່ານັ້ນເຂົ້າຮ່າງກາຍແບບເຕັມໆ.

ວັນທີ 23 ພຶດສະພາ 2022 ທີ່ກະຊວງສາທາລະນະສຸກ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງຂ່າວເນື່ອງໃນໂອກາດວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ວັນທີ 31 ພຶດສະພາທີ່ຈະມາເຖິງນີ້ວ່າ: ການສະເຫຼີມ ສະຫຼອງວັນງົດສູບຢາໂລກ ກໍຄືວັນງົດສູບຢາແຫ່ງຊາດປີນີ້ ແມ່ນພາຍໃຕ້ຫົວຂໍ້ ຢາສູບສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ຢາສູບ ເປັນໄພຄຸກຄາມຕໍ່ສິ່ງແວດລ້ອມ ນັບແຕ່ການຕັດໄມ້ທໍາລາຍປ່າເພື່ອປູກຢາສູບ ການເຮັດສວນຢາສູບຍັງທໍາລາຍສານອາຫານໃນດິນ ແລະ ຍັງສ້າງມົນລະພິດຫຼາຍ ຍ້ອນການໃຊ້ຢາຂ້າແມງໄມ້ ແລະ ປຸ໋ຍເຄມີເປັນຈໍານວນຫຼວງຫຼາຍ.

ນອກຈາກນັ້ນ, ການບົ່ມໃບຢາສູບຍັງຕ້ອງໃຊ້ຟືນ ເຊິ່ງ ເປັນການທໍາລາຍທໍາມະຊາດເຊັ່ນກັນ ນອກນີ້ ຫຼັກຖານທາງດ້ານວິທະຍາສາດຢັ້ງຢືນວ່າ ບໍ່ມີລະດັບໃດຂອງການໄດ້ຮັບຄວັນຢາສູບມີ ຄວາມປອດໄພ ຄວັນຢາສູບເປັນຫນຶ່ງໃນມົນລະພິດທາງອາກາດທີ່ສົ່ງຜົນກະທົບຮ້າຍແຮງຕໍ່ທັງຜູ້ສູບ ແລະ ຜູ້ໄດ້ຮັບຄວັນຢາສູບມືສອງ ມີ ແຕ່ເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ 100% ເທົ່ານັ້ນ ຈຶ່ງມີຄວາມປອດໄພ, ຢາສູບເຮັດໃຫ້ຄົນທົ່ວໂລກເສຍຊີວິດປະມານ 8 ລ້ານຄົນຕໍ່ປີ ຖ້າບໍ່ມີມາດຕະການທີ່ເຄັ່ງຄັດ ຄາດວ່າຜູ້ເສຍຊີວິດຈະເພີ່ມຂື້ນເປັນ 1 ຕື້ຄົນພາຍໃນສັດຕະວັດນີ້.

ສໍາລັບ ສປປ ລາວ ອີງຕາມການສໍາຫຼວດແຫ່ງຊາດກ່ຽວກັບການສູບຢາໃນກຸ່ມຄົນອາຍຸ 15 ປີຂຶ້ນໄປ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ນອກນີ້ ການສໍາຫຼວດກ່ຽວກັບການສູບຢາຂອງໄວຫນຸ່ມລາວ ກຸ່ມອາຍຸ 13-15 ປີ ໃນປີ 2016 ພົບວ່າໄວຫນຸ່ມຊາຍ ແລະ ຍິງ ສູບຢາສູບຈາກໂຮງງານ 10,7% ແລະ 2,1% ແລະ ສູບຢາສູບໄຟຟ້າ 5% ແລະ 3,7% ຕາມລໍາດັບ.
ໃນບົດລາຍງານວຽກງານຄວບຄຸມຢາສູບຂອງສະມາພັນຄວບຄຸມຢາສູບອາຊຽນ ປີ 2021 ສະເຫນີໃຫ້ເຫັນວ່າຄົນລາວເສຍຊີວິດຍ້ອນ ພະຍາດທີ່ເກີດຈາກການສູບຢາປະມານ 7.000 ຄົນຕໍ່ປີ ຫຼື 19 ຄົນຕໍ່ມື້ ຖືວ່າເປັນຕົວເລກທີ່ສູງ ແລະ ຫນ້າຕົກໃຈ ນອກນັ້ນ ຍັງຊີ້ໃຫ້ເຫັນ ເຖິງຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມ.

Lao Youth Radio FM 90.0 Mhz