ດ່ວນ! ຫຼວງພະບາງແຈ້ງການເລື່ອງຂາຍນ້ຳມັນໜ້າປ້ຳໃຫ້ປະຕິບັດຕາມນີ້ຢ່າງເຄັ່ງຄັດ

292

ປະຈຸບັນບໍ່ວ່າແຕ່ແຂວງໃດແມ່ນຜະເຊີນກັບບັນຫານ້ຳມັນບໍ່ພຽງພໍກັບຄວາມຕ້ອງການຊົມໃຊ້ຂອງປະຊາຊົນ ເຮັດໃຫ້ປະຊາຊົນແຕກຕື່ນ ຍິ່ງໄປແຍ່ກັນຍາດກັນໃສ່ຍາດກັນຊື້ນ້ຳມັນກັກຕຸນໄວ້ ເພື່ອມາຂາຍຍ່ອນຕາມແຄມທາງ ເຊິ່ງເຮັດໃຫ້ບ້ານເມືອງມີຄວາມສ່ຽງສູງທີ່ຈະເກີດອັກຕີໄພ ຫຼື ໄຟໄໝ້ໄດ້  ສະນັ້ນ ເພື່ອຄວາມເປັນລະບຽບຮຽບຮ້ອຍ ພະແນກອຸດສາຫະກຳ ແລະການຄ້າແຂວງຫຼວງພະບາງໄດ້ອອກແຈ້ງການສະບັບນີ້ຂຶ້ນມາເພື່ອເປັນບ່ອນອີງໃນການຊື້-ຂາຍຕົວຈີງ ແລະບໍ່ໃຫ້ມີການຂາຍຊະຊາຍເດັດຂາດ ຫາກຝ່າຝືນ ແລະກວດພົບກໍ່ຈະດຳເນີນການຕາມລະບຽບ.

ເພື່ອເຮັດໃຫ້ວຽກງານຄຸ້ມຄອງສິນຄ້າ ລາຄາໂດຍສະເພາະສິນຄ້າທີ່ລັດຄວບຄຸມໃຫ້ມີຄວາມສະຫງົບ, ພ້ອມ ທັງຮັບປະກັນດ້ານຄຸນນະພາບ ແລະ ຄວາມປອດໄພຂອງສັງຄົມ.ພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະ ບາງ ຂໍຖືເປັນກຽດແຈ້ງມາຍັງ ທ່ານຫົວຫນ້າຫ້ອງການ ອຄ ເມືອງ, ນະຄອນ ແລະ ຫົວຫນ່ວຍທຸລະກິດປ້ໍານ້ໍາມັນເຊື້ອ ໄຟ ລວມເຖິງພໍ່ແມ່ປະຊາຊົນ ພາຍໃນແຂວງຫຼວງພະບາງຊາບດັ່ງນີ້:


1. ໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ ຕິດຕາມກວດກາການຈໍາຫນ່າຍນ້ໍາມັນເຊື້ອໄຟທີ່ບໍ່ຖືກຕ້ອງຕາມລະບຽບ, ໂດຍສະເພາະແມ່ນການນໍາເອົານ້ໍາມັນເຊື້ອໃສ່ຕຸກນ້ໍາດື່ມມານັ່ງຂາຍຕາມແຄມທາງ ເຊີ່ງມີຄວາມສ່ຽງໃນການເກີດອັກຄີໄພ.

2. ຫ້າມພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນເອົາຕຸກນ້ໍາດື່ມໄປຊື້ນ້ໍາມັນຈາກບັນດາປໍ້າ ແລ້ວມາຈໍາຫນ່າຍຕາມແຄມເສັ້ນທາງຢ່າງເດັດຂາດ ຖ້າຫາກເຈົ້າຫນ້າທີ່ກວດກາການຄ້າພົບເຫັນແມ່ນຈະຢຶດໄວ້ ແລະ ປັບໃຫມຕາມລະບຽບກົດຫມາຍ.


ດັ່ງນັ້ນ,ຈື່ງແຈ້ງມາຍັງບັນດາຜູ້ປະກອບການປ້ໍານ້ໍາມັນທຸກທ່ານ ແລະ ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນເພື່ອ ຊາບ ແລະ ພ້ອມກັນຈັດຈັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.