ປ້ຳພລັສແຈ້ງ! ເຊົາພົກກະຕຸກໄປຊື້ ຈະບໍ່ຂາຍນ້ຳມັນໃຫ້ແລ້ວ

181

ບັນຫາເລື່ອງນ້ຳມັນທີ່ເກີດຂຶ້ນໃນສັງຄົມປັດຈຸບັນນີ້ ຈິງຢູ່ວ່າເປັນບັນຫາໃຫຍ່ ຫຼາຍວັນຜ່ານໄປອາທິດກວ່າໆ ຫຼາຍປ້ຳປິດໄປ ແຕ່ກໍ່ມີປ້ຳນ້ຳມັນຈຳນວນໜຶ່ງທີ່ເປີດໃຫ້ບໍລິການ ເລີຍເຮັດໃຫ້ມີຈຳນວນມວນຊົນຕໍ່ແຖວຢ່າງແໜ້ນໜາ ຕາມທີ່ເຫັນກໍ່ບໍ່ຄ່ອຍເປັນລະບົບລະບຽບ ທັງການຕໍ່ແຖວ, ຄິວ, ບາງຄົນພົກເອົາກະຕຸກມາມີທັງນ້ອຍ, ໃຫຍ່ ເຊິ່ງການກະທຳເຊັ່ນນີ້ເຮັດໃຫ້ຄົນອື່ນໆເສຍໂອກາດ ບາງຄົນໄດ້ຫຼາຍເກີນໄປ ຂະນະທີ່ບາງຄົນຖັງແຫ້ງບໍ່ໄດ້ໃສ່.

ເມື່ອເປັນຄືແນວນັ້ນ ທາງ ປ້ຳນ້ຳມັນ PetroTrade ຫຼື ພລັສ ທີ່ເປີດໃຫ້ບໍລິການສະໜອງນ້ຳມັນໃຫ້ປະຊາຊົນລາຍໃຫຍ່ຂອງປະເທດ ໄດ້ອອກມາ ແຈ້ງການວ່າ ເພື່ອເປັນການປ້ອງກັນເຫດອັກຄີໄພ, ເພື່ອຄວາມເທົ່າທຽມກັນຂອງຜູ້ບໍລິໂພກ ພ້ອມທັງເປັນການປ້ອງກັນຜູ້ບໍຫວັງດີ ທີ່ພາກັນກັກຕູນນ້ຳມັນໄປຂາຍເກີນລາຄາທາງນອກ ດັ່ງນັ້ນ ແຕ່ມື້ນີ້ເປັນຕົ້ນໄປ ປ້ຳ ພລັສ ທຸກປ້ຳທີ່ ປີໂຕຣເທຣດ ບໍລິຫານເອງທັງໝົດ ບໍ່ຈຳໜ່າຍໃຫ້ໂດຍໃສ່ຕຸກ ທຸກໆປະເພດ ທຸກໆກໍລະນີ. ໂດຍຈະຍົກເວັ້ນບາງກໍລະນີທີ່ຈຳເປັນທີ່ສຸດ ຕາມການເຫັນດີຂອງຜູ້ຈັດການປ້ຳທີ່ໜ້າງານເທົ່ານັ້ນ.

ສຳລັບການບໍ່ຈຳໜ່າຍນ້ຳມັນໃຫ້ຜູ້ຖືກະຕຸກໄປຊື້ບໍ່ມີພຽງແຕ່ປ້ຳພລັສເທົ່ານັ້ນແຕ່ ທາງປ້ຳນ້ຳມັນເຊື້ອໄຟລາວ ສາຂາໂພນສະອາດ ກໍ່ບໍ່ຂາຍໃຫ້ຄົນຖືຕຸກມາເຊັ່ນດຽວກັນ ທັ້ງນີ້ກໍ່ເພື່ອໃຫ້ນ້ຳມັນໄດ້ກະຈາຍເຖິງຜູ້ຊົມໃຊ້ໄດ້ຫຼາຍທີ່ສຸດ.

ນີ້ແລທຸກຄົນວິກິດແບບນີ້ ຄວນຈະເຫັນໃຈກັນແບ່ງປັນກັນບໍ່ແມ່ນສວຍໂອກາດ ເອົາລັດປຽບກັນເອງ ມີໜ້ອຍຕ້ອງແບ່ງກັນ ເຈົ້າໜ້ອຍໜຶ່ງຂ້ອຍໜ້ອຍໜຶ່ງທຸກຄົນມີໃສ່ດີກວ່າ ຜູ້ໄດ້ຫຼາຍກໍ່ຫຼາຍເກີນຖືກະຕຸກຫຼາຍອັນໄປສູ່ເພື່ອມາກັກຕຸນໄວ້ ຜູ້ທີ່ມີຄວາມຈຳເປັນຫຼາຍກວ່າພັດຫານ້ຳມັນໃສ່ລົດບໍໄດ້ ສະນັ້ນ ເພື່ອຕັດບັນຫາຄືບໍ່ຂາຍໃຫ້ຜູ້ຖືກຕຸກມາຊື້ເປັນການດີທີ່ສຸດ ແລະຕ້ອງ ຂໍຊົມເຊີຍທາງປ້ຳນ້ຳມັນ ພລັສ ທີ່ອອກກົດລະບຽບຢ່າງຊັດເຈນ ເພື່ອເປັນການຂໍ້ບັງຄັບ ທັງໃຫ້ຊ່ວຍໃຫ້ຜູ້ຊົມໃຊ້ໄດ້ເຂົ້າເຖິງນ້ຳມັນຫຼາຍຂຶ້ນ.

ກ່ຽວກັບປະເດັນດຽວກັນນີ້ ເມື່ອບໍ່ດົນມານີ້ ທາງ ປກສ ນະຄອນຫຼວງວຽງຈັນກໍ່ໄດ້ອອກມາເຕືອນແລ້ວ ຫ້າມຂາຍ ແລະ ກັກຕຸນນໍ້າມັນເພາະສ່ຽງຕໍ່ການເກີດອັກຄີໄພ ເນື່ອງຈາກຜ່ານມາ ກໍມີເຫດການເກີດຂຶ້ນມາແລ້ວ. ໂດຍ ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ ໃຫ້ຂໍ້ມູນວ່າ: ການນໍາເອົານໍ້າມັນເຊື້ອໄຟມາໃສ່ຕຸກ ເພື່ອວາງຂາຍ ຕະຫຼອດຮອດກັກຕຸນນໍ້າມັນໄວ້ເຮືອນ ແມ່ນມີຄວາມສ່ຽງສູງ ທີ່ຈະເກີດອັກຄີໄພໄດ້ງ່າຍ ໂດຍສະເພາະອຸປະກອນ ເກັບນໍ້າມັນ ຖ້າບໍ່ມີຄຸນນະພາບອາດມີການຫົດຕົວ, ການນໍາໄປໄວ້ບ່ອນບໍ່ມີອາກາດຖ່າຍເທ, ບ່ອນທີ່ເປັນຄວາມຮ້ອນ ຫຼື ໃນສະພາບອາກາດຮ້ອນອົບເອົ້າ ໃນກໍລະນີ ມີອາຍແກັສ ຫຼື ມີປະກາຍໄຟ ຢູ່ຈູດໃກ້ຄຽງ ແມ່ນສາມາດ ກໍ່ໃຫ້ເກີດປະກາຍໄຟໄດ້ຢ່າງໄວວາ.