ມື້ນີ້ເປັນມື້ສຸດທ້າຍທີ່ຄະນະສະເພາະກິດຈະລາຍງານ ຫຼື ຖ່າຍທອດສົດກ່ຽວກັບໂຄວິດ-19

30

ນັບແຕ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ທ້າຍປີ 2019 ເປັນຕົ້ນມາ ທາງຄະນະສະເພາະກິດກໍ່ຄືກະຊວງສາທາລະນະສຸກ ກໍ່ໄດ້ມີການອັບເດດສະຖານະການ ຫຼື ຖະແຫຼງການ ( ຖ່າຍທອດສົດ) ໃນແຕ່ລະວັນ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານບໍ່ວ່າຈະເປັນ, ອັບເດດຕົວເອລກຜູ້ຕິດເຊື້ອ, ການອອກມາດຕະການຕ່າງໆ ຫຼື ລາຍງານທຸກສະພາບລວມຂອງໂຄວິດທັງພາຍໃນ ແລະ ທົ່້ວໂລກ.

ໂດຍໃນວັນທີ 13 ພຶດສະພາ 2022 ທາງຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານ ຕາມປົກກະຕິທີ່ໄດ້ຖືກມອບໝາຍ ແຕ່ວ່າຈະເປັນມື້ສຸດທ້າຍສຳລັບ ການຖະແຫຼງການ.

ໂດຍທ່ານ ໃຫ້ຊາບວ່າ ມື້ນີ້ 13 ພຶດສະພາ 2022 ຈະເປັນມື້ສຸດທ້າຍ ຂອງການຖ່າຍທອດສົດ ການຖະແຫຼງຂ່າວ ກ່ຽວກັບ ການແຜ່ລະບາດ ຂອງເຊື້ອໂຄວິດ ຢູ່ ສປປ ລາວ ແລະ ຂອບໃຈນຳບັນດາທ່ານ ທີ່ໄດ້ຕິດຕາມຮັບຟັງ ແລະ ຮັບຊົມ ການຖ່າຍທອດສົດຕະຫຼອດ 2 ປີກວ່າທີ່ຜ່ານມານີ້, ເລິ່ມວັນທີ 14 ພຶດສະພາ ເປັນຕົ້ນໄປ ຈະບໍ່ມີການຖະແຫຼງຂ່າວຖ່າຍທອດສົດກໍ່ຕາມ, ແຕ່ບັນດາທ່ານ ກໍ່ສາມາດຕິດຕາມຂໍ້ມູນຂ່າວສານໄດ້ຕາມປົກກະຕິ ຈາກຫຼາຍຊ່ອງທາງທີ່ເປັນທາງການ.