ພໍ່ແມ່ສົ່ງຮຽນບໍ່ເສຍແຮງ ທີມນັກຮຽນເກັ່ງລະດັບຊາດ ພາກພູມໃຈນຳນ້ອງໆ

165

ພໍ່ແມ່ຕ້ອງຍິ້ມບໍ່ຢຸດ ພູມໃຈແທນນ້ອງໆ ນັກຮຽນເກັ່ງທຸກຄົນທີ່ອົດທົນມຸ້ງໝັ້ນສຶກສາຮ່ຳຮຽນ ທີ່ສາມາດສ້າງເສັ້ນທາງຍ່າງໃຫ້ຕົນເອງສູ່ຄວາມສຳເລັດໃນອະນາຄົດໄດ້, ການທີ່ຈະໄດ້ຄຳຕໍ່ຫຼັງຊື່ຕົນເອງວ່າລະດັບຊາດມັນບໍ່ງ່າຍ ແຕ່ກໍ່ບໍ່ຍາກເໜືອຄວາມພະຍາມຍາມ ແລະ ແນວໃດກໍ່ຕາມພວກນ້ອງຄືຂອງດີຂອງຊາດ.

ພິທີສະຫລຸບການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມສຶກສາ ມ4ແລະມ7 ສົກຮຽນ2021-2022 ທີ່ສູນໄອຊີທີ ກະຊວງສຶກສາທິການແລະກິລາແບບເຊິ່ງຫນ້າ ແລະ ທາງໄກ. ໃຫ້ກຽດມອບລາງວັນທີ 1ໃຫ້ ບັນດານ້ອງໆ ໂດຍປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.

ໃນພິທີດັ່ງກ່າວ ທ່ານຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາກະຊວງສຶກສາທິການ ແລະ ກິລາ ທ່ານກໍ່ໄດ້ກ່າວວ່າ: ຜ່ານການສອບເສັງໃນວັນທີ 28 ເມສາ 2022 ໄດ້ເປັນເອກະພາບຈັດການສອບເສັງທົ່ວປະເທດ ເຊິ່ງໄດ້ແຕ່ງຕັ້ງຄະນະກໍາມະການຂັ້ນສູນກາງໄປປະຈຳຢູ່ແຕ່ລະແຂວງ ແລະ ໄດ້ນຳເອົາເຈ້ຍສອບເສັງຂອງນັກແຂ່ງຂັນກັບຄືນກະຊວງສຶກສາທິການ ແລະ ກິລາເພື່ອກວດບົດຕອບ ແລະ ຕັດສິນ, ປີນີ້ມີນັກແຂ່ງຂັນຈາກ ມ4 ແລະ ມ7 ຈຳນວນ 144ຄົນ ຍິງ 68ຄົນ ຈາກພາກລັດ 124ຄົນ, ຈາກໂຮງຮຽນສົງ 5ອົງ, ຈາກໂຮງຮຽນພາກເອກະຊົນ 15ຄົນ.

ໃນນີ້ສອບເສັງ 4ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ວິຊາຟີຊິກສາດ ແລະ ວິຊາເຄມີສາດ, ຜ່ານການສອບເສັງໄດ້ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ4 ລາງວັນທີ1 ແມ່ນ ນາງຕາວັນ ວົງວິໄລ ມສ ປາດຖະໜາ ນະຄອນຫຼວງ ໄດ້ຄະແນນ 8,35, ວິຊາຄະນິດສາດ ແມ່ນ ທ້າວ ເພັດນະຄອນ ພົນທະຈັກ ມສ ປາດຖະໜາ ນະຄອນຫຼວງ ໄດ້ຄະແນນ 8,00, ວິຊາຟີຊິກສາດແມ່ນທ້າວ ອຸດົມຄຳ ບຸນວິໄລ ມສ ພອນສະຫວັນຊົນເຜົ່າກຽມ ມຊ ໄດ້ຄະແນນ 8,10, ວິຊາເຄມີສາດ ແມ່ນນາງ ຜະກາອາລີ ສິດທິຍາວົງ ມສ ສັນຕິພາບ ແຂວງບໍ່ແກ້ວໄດ້ຄະແນນ 9,00.

ສຳລັບຊັ້ນ ມ7 ວິຊາພາສາລາວ-ວັນນະຄະດີລາງວັນທີ1 ແມ່ນທ້າວ ທະວີຊັບ ມະນີວົງ ມສເມືອງໄຊ ແຂວງອຸດົມໄຊໄດ້ຄະແນນ 7,30, ວິຊາຄະນິດສາດ ແມ່ນທ້າວ ເຊັງຈື່ເຮີ ມສ ຊໍາໃຕ້ ແຂວງຫົວພັນ, ວິຊາຟີຊິກສາດແມ່ນທ້າວ ບຸນຖະໜອມ ປະທຸມພາ ມສໂພນໄຊ ແຂວງຈຳປາສັກໄດ້ຄະແນນ 8,50, ວິຊາເຄມີສາດແມ່ນທ້າວ ທົງທໍ່ ໄຊກົວ ມສ ພອນສະຫວັນຊົນເຜົ່າກຽມ ມຊ ໄດ້ຄະແນນ 8,00.

ສຳລັບນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມສຶກສາສົກຮຽນ2021-2022 ທີ່ສອບເສັງໄດ້ອັນດັບ 1 2 3 ແລະ ໄດ້ຄະແນນ 7 ຂຶ້ນໄປລວມທັງໜົດ 19ຄົນ ຍິງ6ຄົນ ເຊິ່ງລາງວັນທີ1 ໄດ້ຮັບຫຼຽນຄໍາ,ເງິນລາງວັນ 8ລ້ານກີບ ພ້ອມໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ສຶກສາທິການ ແລະ ກິລາ, ລາງວັນທີ2 ໄດ້ຮັບຫຼຽນເງິນ, ເງິນລາງວັນ 7 ລ້ານກີບ ພ້ອມໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ສຶກສາທິການ ແລະ ກິລາລາງວັນທີ3 ໄດ້ຮັບຫຼຽນທອງເງິນລາງວັນ 6 ລ້ານກີບ ພ້ອມໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ສຶກສາທິການ ແລະ ກິລາ ແລະ ນັກຮຽນເກັ່ງທີ່ສອບເສັງໄດ້ລາງວັນຊົມເຊີຍມີ 22 ຄົນ ຍິງ 14ຄົນ ໄດ້ຮັບເງິນລາງວັນຜູ້ລະ 1 ລ້ານກີບ ແລະ ໄດ້ຮັບໃບຊົມເຊີຍຂັ້ນກົມສາມັນສຶກສາ.

ພິເສດ ສຳລັບນັກຮຽນເກັ່ງລະດັບຊາດອັນດັບທີ1ທີ່ຮຽນຈົບ ມປ ທາງກະຊວງສຶກສາມີນະໂຍບາຍ ໃຫ້ເລືອກສາຍຮຽນໃດກໍ່ໄດ້ຢູ່ ມຊ ແລະ ຖ້ານັກຮຽນໃດຕ້ອງການຢາກຮຽນວິຊາຄູ ຈະໄດ້ຮັບທຶນໄປຮຽນຢູ່ ສສ ຫວຽດນາມ.