ອັດຕາເງິນເຟີ້ເດືອນເມສາ ເພີ່ມຂຶ້ນ 9,9% ໂດຍມາຈາກ 5 ປັດໄຈຫຼັກ

352

ສູນສະຖິຕິແຫ່ງຊາດ ເຜີຍແຜ່ບົດບາຍງານ ສະພາບອັດຕາເງິນເຟີ້ອັດຕາເງິນເຟີ້ ປະຈຳເດືອນເມສາ 2022 ວ່າ: ສະພາບອັດຕາເງິນເຟີ້ລວມ ເດືອນເມສາ 2022 ທຽບກັບ ເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 9,9% ຊຶ່ງເປັນການເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍມີສາຍເຫດສໍາຄັນມາຈາກການເພີ່ມຂຶ້ນຂອງ ພະລັງງານໃນຕະຫຼາດໂລກ ຈາກສະຖານະການຄວາມຂັດແຍ່ງລະຫວ່າງລັດເຊຍ ແລະ ຢູເຄນ, ສົ່ງຜົນໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ພາຍໃນປະເທດປັບເພີ່ມຂຶ້ນ 86,3%.


ຄະນະທີ່ ລາຄາສິນຄ້າໃນໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ແມ່ນປັບຕົວເພີ່ມຂຶ້ນເຊັ່ນກັນ ໂດຍສະເພາະແມ່ນເຂົ້າຈີ່ ແລະ ທາດແປ້ງ, ຊີ້ນ, ປາ ແລະ ອາຫານທະເລ, ນົມ ເນີຍ, ໄຂ່, ນ້ຳມັນພືດ, ໝາກໄມ້, ຜັກສົດ ແລະ ເຄື່ອງປຸງແຕ່ງອາຫານ ເນື່ອງຈາກຕົ້ນທຶນການຜະລິດເພີ່ມຂຶ້ນ ນອກນັ້ນ, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 16,3% ໂດຍສະເພາະແມ່ນປະເພດວັດຖຸມີຄ່າ ເຊັ່ນ: ຄຳສຳເລັດຮູບ ເພີ່ມຂຶ້ນ 36,8%.

ປັດໄຈ ແລະ ສາເຫດຂອງອັດຕາເງິນເຟີ້ເດືອນເມສາ 2022 ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ແມ່ນມາຈາກ 5 ປັດໄຈດັ່ງນີ້:
1. ການເພີ່ມຂຶ້ນຂອງນ້ຳມັນເຊື້ອໄຟໃນຕະຫຼາດໂລກ ຈາກສະຖານະການຄວາມຂັດແຍ່ງ ລະຫວ່າງຣັດເຊຍ ແລະຢູເຄຣນ ເຮັດໃຫ້ ສປປ ລາວ ໄດ້ຮັບຜົນກະທົບຕໍ່ລາຄາຂາຍຍ່ອຍພາຍໃນປະເທດ, ນອກນັ້ນ ລາຄານ້ໍາມັນຍັງໄປກະຕຸ້ນໃຫ້ສິນຄ້າປະເພດອື່ນໆເພີ່ມຂຶ້ນ ເນື່ອງຈາກການເພີ່ມຂຶ້ນຂອງປັດໃຈການຜະລິດສິນຄ້າ ແລະ ບໍລິການ.
2. ການຜັນຜວນຂອງຄ່າເງິນກີບທຽບກັບເງິນຕາຕ່າງປະເທດ ໂດຍສະເພາະ ຕໍ່ກັບເງິນໂດລາ ແລະ ເງິນບາດ ທີ່ຍັງສືບຕໍ່ອ່ອນຄ່າ ແລະ ເໜັງຕີງບໍ່ຄົງທີ ໄດ້ກະທົບໂດຍກົງຕໍ່ສິນຄ້າ ແລະ ດັດຊະນິລາຄາໝວດສິນຄ້ານໍາເຂົ້າໜັງຕີງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ບາງໝວດສິນຄ້າທີ່ນຳໃຊ້ປັດໄຈການຜະລິດຈາກການນຳເຂົ້າ.


3. ລາຄາຄຳຮູບປະພັນ ແມ່ນເໜັງຕີງເພີ່ມສູງຂຶ້ນກາຍຂອບເຂດທີ່ບໍ່ເຄີຍມີມາກ່ອນ ເຊິ່ງເປັນຜົນເນື່ອງມາຈາກການເໜັງຕີງຕາມກົນໄກຂອງຕະຫຼາດໂລກ.
4. ການເໜັງຕີງເພີ່ມຂຶ້ນຂອງລາຄາປຸ໋ຍ, ອາຫານສັດ, ຢາວັກຊີນສຳລັບສັດ ບວກກັບຜົນກະທົບດ້ານຕ່າງໆທີ່ກ່າວມາຂ້າງເທິງສົ່ງຜົນໃຫ້ລາຄາອາຫານສົດປະເພດຕ່າງໆປັບໂຕສູງຂຶ້ນ ເປັນຕົ້ນແມ່ນໄຂ່ໄກ່, ອາຫານເຄື່ອງສຳເລັດຮູບ, ເຄື່ອງປຸງແຕ່ງອາຫານ ແລະ ອື່ນໆ.


5. ການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ບໍລິການ ໃນຊ່ວງເທດສະການປີໃໝ່ລາວ ສົ່ງຜົນເຮັດໃຫ້ດັດຊະນີລາຄາບາງປະເພດເພີ່ມສູງຂຶ້ນ ເຊັ່ນ: ຊີ້ນ, ປາ ສັດປີກ, ເບຍ, ເຮືອນພັກ ແລະ ໂຮງແຮມ.