ຟາຍເຊີ ມີລາຍໄດ້ເພີ່ມຂຶ້ນ 77% ໃນໄຕມາດທຳອິດ

52

ຂ່າວຕ່າງປະເທດລາຍງານວ່າ ບໍລິສັດ ຟາຍເຊີ ( Pfizer ) ເປີດເຜີຍຜົນປະກອບການໃນໄຕມາດທຳອິດຂອງປີ 2022 ວ່າ ບໍລິສັດມີລາຍໄດ້ເພີ່ມຂຶ້ນ 77% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ໂດຍລາຍຮັບໄຕມາດທຳອິດຂອງປີນີ້ ຢູ່ທີ່ 25,7 ພັນລ້ານໂດລາສະຫະລັດ.

ແນວໃດກໍຕາມ, ຟາຍເຊີໄດ້ປັບຫຼຸດຄາດການຜົນກຳໄລໝົດປີ 2022 ລົງ ເຊິ່ງປັດໄຈຫຼັກສ່ວນໜຶ່ງມາຈາກອັດຕາແລກປ່ຽນ, ຂະນະທີ່ວັກຊີນປ້ອງກັນໂຄວິດ – 19 ພຽງຢ່າງດຽວກໍສ້າງລາຍຮັບເຂົ້າບໍລິສັດສູງເຖິງ 13,2 ພັນລ້ານໂດລາ, ສ່ວນຍອດຂາຍຢາແພັກໂລວິດ ( Paxlovid ) ທະລຸ 1,5 ຕື້ໂດລາ ແຕ່ຄາດວ່າຍອດຂາຍໝົດປີນີ້ຈະສູງເຖິງ 22 ພັນລ້ານໂດລາ ເນື່ອງຈາກບໍລິສັດກຳລັງເລັ່ງຜະລິດ ແລະ ສົ່ງມອບຢາດັ່ງກ່າວເພີ່ມຂຶ້ນ.

ມາຮອດປັດຈຸບັນ ບໍລິສັດຟາຍເຊີ ໄດ້ຈັດສົ່ງວັກຊີນປ້ອງກັນໂຄວິດ – 19 ຈຳນວນ 3,4 ພັນລ້ານໂດສ ໃຫ້ແກ່ 179 ປະເທດທົ່ວໂລກແລ້ວ, ຂະນະນີ້ກຳລັງສຶກສາການນຳໃຊ້ວັກຊີນປ້ອງກັນໂຄວິດ – 19 ສຳລັບເດັກນ້ອຍອາຍຸຕ່ຳກວ່າ 5 ປີ