ງານສະຫຼອງວັນຊັບສິນທາງປັນຍາໂລກ ຈະຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 26 ເມສານີ້

176

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ຈະຈັດພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຂຶ້ນໃນວັນທີ 26 ເມສາ 2022 ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ຄຳຂວັນ ທີ່ວ່າ “ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ.


ພິທີຖະແຫຼງຂ່າວກຽມຈັດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ໄດ້ຈັດຂຶ້ນໃນວັນທີ 22 ເມສາ 2022, ທີ່ກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງ ອຄ, ມີ ທ່ານ ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມີນາ ສີວິໄລ ຫົວໜ້າກົມຂະບວນການ ຄະນະບໍລິຫານງານຊາວໝຸ່ມປະຊາຊົນປະຕິວັດລາວ, ພ້ອມດ້ວຍທ່ານຫົວໜ້າ-ຮອງຫົວໜ້າກົມ, ກະຊວງ ອຄ ແລະ ສື່ມວນຊົນເຂົ້າຮ່ວມ.


ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ຈຸດປະສົງຂອງການສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ 2022 ນີ້ ຕົ້ນຕໍກໍເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວ ມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ ເປັນການກະຕຸກຊຸກຍູ້ໃຫ້ ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຫົວຄິດປະດິດແຕ່ງທາງດ້ານ ສິນລະປະກໍາ ແລະ ວັນນະກໍາ, ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ, ການປັບປຸງພັນພືດໃໝ່ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ ລວມທັງການນໍາໃຊ້ນະວັດຕະກຳເຂົ້າໃນການພັດທະນາເຕັກໂນໂລຊີ, ການສ້າງສັນຜົນງານທາງດ້ານວິທະຍາສາດ ແລະ ການສົ່ງເສີມຜະລິດຕະພັນຖິ່ນກຳເນີດ, ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ່ງເດີມ.

ໃນການສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກປີນີ້ ພວກເຮົາຈະໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບວຽກງານຊັບສິນທາງປັນຍາ ແລະ ການປົກປ້ອງຜົນງານການຄົ້ນຄວ້າຕ່າງໆ ທີ່ສະແດງໃຫ້ເຫັນວ່າ: ຊັບສິນທາງປັນຍາ ຕິດພັນກັບໄວໜຸ່ມຄືແນວໃດ ແລະ ຜົນງານໃນການສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າຂອງສັງຄົມ.


ທ່ານ ຄຳແພງ ໄຊສົມແພງ ໃຫ້ຮູ້ຕື່ມວ່າ: ສຳລັບໄວໜຸ່ມຢູ່ໃນພາກທຸລະກິດຂອງລາວ ກໍປະກົດໃຫ້ເຫັນ ໂດຍໄດ້ສ້າງສັນງານການອອກແບບແຟຊັ່ນ, ສ້າງສັນສິລະປະດົນຕີ, ບົດເພງທີ່ມີຄວາມນິຍົມຊົມຊອບຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ. ການຄົ້ນຄິດສ້າງໂປແກຣມຄອມພິວເຕີ ແລະ ແອັບພລິເຄຊັນໃນໂທລະສັບມືຖື ເປັນຕົ້ນ: ແອັບບໍລິການລົດແທກຊີອອນລາຍໂລກ້າ, ແຮນດີ ທີ່ເປັນແພຣດຟອມ ໃນການສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ, ການຄ້າຂາຍ ແລະ ບໍລິການຕ່າງໆ ຜ່ານທາງອອນລາຍ ແລະ ອື່ນໆອີກ ເຊິ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງສັງຄົມໃນຍຸກປັດຈຸບັນ ແລະ ຊຸກຍູ້ໃຫ້ກັບການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໂດຍລວມ.

ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບອີກວ່າໃນເດືອນຕຸລາຂອງປີນີ້ ກະຊວງ ອຄ ໃນນາມເປັນອົງການຄຸ້ມຄອງວຽກງານຊັບສິນທາງປັນຍາຢູ່ ສປປ ລາວ ຮ່ວມກັບບັນດາມະຫາວິທະຍາໄລ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດງານມະຫາກຳຊັບສິນທາງປັນຍາ ເພື່ອເປັນເວທີແຫ່ງການວາງສະແດງຜົນງານທາງດ້ານຊັບສິນທາງປັນຍາ, ສ້າງສະພາບແວດລ້ອມທີ່ສົ່ງເສີມການປົກປ້ອງ, ການສ້າງຍີ່ຫໍ້ ແລະ ການອອກແບບສິນຄ້າ ແລະ ການບໍລິການຂອງລາວເຂົ້າສູ່ຕະຫຼາດ, ພ້ອມທັງເປັນເວທີແລກ ປ່ຽນຄວາມຮູ້ທາງດ້ານຊັບສິນທາງປັນຍາເພື່ອສ້າງຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງການສ້າງ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ້ງເດີມ.

ໃນໂອກາດນີ້, ກະຊວງ ອຄ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ຂໍເຊີນຊວນມາຍັງໄວໜຸ່ມ, ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດຄິດແຕ່ງ ແລະ ຜູ້ທີ່ເປັນເຈົ້າຂອງຊັບສິນທາງປັນຍາ, ຜູ້ປະກອບການ, ນັກທຸລະກິດ ແລະ ຜູ້ມີຄວາມສົນໃຈ ເຂົ້າຮ່ວມການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກປະຈໍາປີ 2022 ໃນວັນທີ 26 ເມສາ 2022 ທີ່ມະຫາວິທະຍາໄລແຫ່ງຊາດ.