ນະຄອນຫຼວງພົບຜູ້ລະເມີດກົດລະບຽບຈາລະຈອນ 2.000 ກວ່າຄົນ ໃນໄລຍະປີໃໝ່ລາວ

106

ຮູ້ແລ້ວເປັນບົດຮຽນ ປີໜ້າຢ່າໃຫ້ມີ ແລະ ສັງຄົມຄວນເອົາໃຈໃສ່ຕື່ມກ່ຽວກັບເລື່ອງນີ້ ເພື່ອເປັນການສະກັດກັ້ນ ແລະ ແກ້ໄຂບັນຫາອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງ.

ໂດຍໄລຍະໃນຊ່ວງໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຊີ້ນໍາ-ນໍາພາກຳລັງຕໍາຫຼວດຈະລາຈອນແຕ່ລະເມືອງ ລົງຕັ້ງຈຸດກວດກາຕອນກາງເວັນ ແລະ ກາງຄືນ ຢູ່ຕາມເສັ້ນທາງທົ່ວນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 11-17 ເມສາ 2022 ທັງໝົດມີ 8 ຈຸດ ແລະ ຕັ້ງຈຸດກວດກາກາງຄືນເພີ່ມອີກ 3 ຈຸດ ພົບເຫັນຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ທັງໝົດ 2.166 ຄົນ ຍິງ 562 ຄົນ.

ພັທ ສັງຄົມ ຍົມມະລາດ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ນວ ກ່າວວ່າ: ໃນຊ່ວງໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565, ພວກເຮົາໄດ້ລົງຕັ້ງຈຸດກວດກາຕອນກາງເວັນ ແລະ ກາງຄືນ ທົ່ວນະຄອນຫຼວງວຽງຈັນ ທັງໝົດ 8 ຈຸດ ແລະ ໄດ້ຕັ້ງຈຸດກວດກາກາງຄືນເພີ່ມອີກ 3 ຈຸດ ຄື: ພະແນກຕຳຫຼວດຈະລາຈອນ ມີຈຸດເສັ້ນທາງ 13 ໃຕ້ ຫຼັກ 16 ແລະ ຈຸດເສັ້ນທາງ ເມືອງສັງທາງ ເຂດບ້ານອ່າງໃຫຍ່, ກອງຕໍາຫຼວດຈະລາຈອນ ເມືອງນາຊາຍທອງ ຢູ່ເສັ້ນທາງ 13 ເໜືອ ເຂດບ້ານໜອງບຶກ, ກອງຕໍາຫຼວດຈະລາຈອນ ເມືອງໄຊທານີ ຢູ່ເສັ້ນທາງເລກ 10 ເຂດ ບ້ານໂພນໄຮ່ຄໍາ.

ກອງຕໍາຫຼວດຈະລາຈອນ ເມືອງປາກງື່ມ ຢູ່ເສັ້ນທາງເລກ 13 ໃຕ້ ເຂດບ້ານສົມສະຫວາດ, ກອງຕໍາຫຼວດຈະລາຈອນ ເມືອງສັງທອງ ຢູ່ເສັ້ນທາເລກ 11 ເຂດບ້ານປາກຕອນ, ກອງຕໍາຫຼວດຈະລາຈອນ ເມືອງຫາດຊາຍຟອງ ຢູ່ໜ້າສວນວັດທະນະທຳ, ກອງຕໍາຫຼວດຈະລາຈອນ ເມືອງສີສັດຕະນາກ ຢູ່ຖະໜົນກໍາແພງເມືອງ ເຂດບ້ານດອນກອຍ, ກອງຕໍາຫຼວດຈະລາຈອນ ເມືອງສີໂຄດຕະບອງ ຢູ່ເສັ້ນທາງເຕ່ 2 ໜ້າສວນສີໂຄດ, ກອງຕໍາຫຼວດຈະລາຈອນເມືອງຈັນທະບູລີ ຢູ່ເສັ້ນທາງເຂດບ້ານທົ່ງຕູມ, ກອງຕໍາຫຼວດຈະລາຈອນ ເມືອງໄຊເສດຖາ ທາງ 450 ປີ ຢູ່ເສັ້ນທາງເຂດບ້ານນາຄວາຍ.

ຜ່ານການຈັດຕັ້ງປະຕິບັດ ພົບເຫັນຜູ້ລະເມີດກົດລະບຽບຈະລາຈອນ ທັງໜົດ 2.166 ຄົນ ຍິງ 562 ຄົນ, ສຶກສາອົບຮົມໄດ້ 928 ຄົນ ຍິງ 346 ຄົນ, ຂຽນໃບສັ່ງທັງໝົດ 154 ໃບ, ກັກເອກະສານລົດ 154 ໃບ, ເຈົ້າໜ້າທີ່ປະຈໍາປ້ອມ ມີ 60 ປ້ອມ ພົບເຫັນຜູ້ລະເມີດທັງໜົດ 156 ຄົນ ຍິງ 53 ຄົນ, ສຶກສາອົບຮົມ 147 ຄົນ ຍິງ 52 ຄົນ, ຂຽນໃບສັ່ງ 9 ຄົນ ຍິງ 1 ຄົນ, ອອກກວດກາຈັດລະບຽບຕາມເສັ້ນທາງ, ສະຖານທີ່ຊຸມຊົນ ລວມທັງໜົດ 21 ຄັ້ງ ພົບເຫັນຜູ້ລ່ວງລະເມີດທັງໜົດ 251 ຄົນ ຍິງ 56 ຄົນ, ສຶກສາອົບຮົມ 239 ຄົນ ຍິງ 56 ຄົນ, ຂຽນໃບສັ່ງ 12 ຄົນ, ອອກກວດກາການສັນຈອນກາງເວັນ ແລະ ກາງຄືນ ທັງໜົດມີ 64 ຄັ້ງ ພົບເຫັນຜູ້ລະເມີດທັງໜົດ 1.384 ຄົນ ຍິງ 372 ຄົນ, ສຶກສາອົບຮົມ 1.315 ຄົນ ຍິງ 366 ຄົນ, ຂຽນໃບສັ່ງ 69 ຄົນ, ອອກກວດກາຈັບຄວາມໄວທັງໜົດ 7 ຄັ້ງ ຈັບຄວາມໄວເກີນ 370 ຄັນ, ສຶກສາອົບຮົມກ່າວເຕືອນ 306 ຄົນ ຍິງ 69 ຄົນ, ຂຽນໃບສັ່ງ 64 ຄົນ, ກວດກາທາດເຫຼົ້າ 18 ຄົນ ຍິງ 1 ຄົນ, ເກີນ 0,24 ມິລີກຣາມ 5 ຄົນ, ບໍ່ເກີນ 13 ຄົນ.

ກໍລະນີການລ່ວງລະເມີດຂອງຜູ້ຂັບຂີ່ ປະກອບມີ: ຜູ້ຂັບຂີ່ບໍ່ມີໃບຂັບຂີ່ 385 ຄົນ, ບໍ່ໃສ່ໜວກກັນກະທົບ 465 ຄົນ, ຄວາມໄວເກີນ 370 ຄົນ, ບໍ່ຖືໃບຂັບຂີ່ 209 ຄົນ, ບໍ່ຖືທະບຽນ 153 ຄົນ, ທະບຽນໝົດກຳນົດ 130 ຄັນ, ບໍ່ກວດກາເຕັກນິກ 122 ຄັນ, ຈອດປ້າຍຫ້າມ 113 ຄັນ, ໃບຂັບຂີ່ໝົດກຳນົດ 92 ຄົນ, ລ່ວງປ້າຍຫ້າມ 78 ຄັນ, ໄຟຕາບໍ່ມີ 11 ຄັນ, ລົມໂທລະສັບ 2 ຄົນ, ບໍ່ມີທະບຽນ 25 ຄົນ, ລ່ວງໄຟອໍານາດ 35 ຄັນ, ບໍ່ຕິດປ້າຍ 22 ຄັນ, ຕ່າງເຄື່ອງເກີນ 3 ຄັນ, ຕ່າງເຄື່ອງສູງເກີນ 3 ຄັນ, ປ້າຍຂາດ 3 ຄັນ, ບໍ່ມີໃບອະນຸຍາດແລ່ນລົດ 5 ຄັນ, ຕ່າງຄົນເກີນກຳນົດ 4 ຄັນ, ບໍ່ເສຍຄ່າທາງ 35 ຄັນ, ບໍ່ປົກຜ້າບັດ 2 ຄັນ, ຂີ່ຊ້ອນສາມ 7 ຄັນ, ບໍ່ໃສ່ແວ່ນແຍງຂ້າງ 5 ຄັນ ແລະ ດື່ມສິ່ງມືນເມົາ 5 ຄົນ.