ແຕ່ງຕັ້ງ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມຊ ຄົນໃໝ່

632

ໃນວັນທີ 11 ເມສາ 2022 ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ)ໄດ້ມີພິທີປະກາດການແຕ່ງຕັ້ງຕຳແໜ່ງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ມີທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຫົວໜ້າ-ຮອງຫົວໜ້າກົມ ກະຊວງສຶກສາທິການ ແລະ ກີລາ, ມີຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຮອງຫົວຫນ້າຫ້ອງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ອຸ່ນຄຳ ອວນສະຫວັນ ຮອງຫົວຫນ້າກົມຈັດຕັ້ງ ແລະ ພະນັກງານກະຊວງສຶກສາທິການ ແລະ ກີລາ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 110/ນຍ ລົງວັນທີ 23 ມີນາ 2022, ໂດຍແຕ່ງຕັ້ງ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມຊ.

ໃນໂອກາດດັ່ງກ່າວ ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ໃຫ້ກຽດມອບດຳລັດ ແລະ ໂອ້ລົມ ຕໍ່ທີ່ປະຊຸມ ຊຶ່ງທ່ານໄດ້ເນັ້ນໃຫ້ສ້າງ ແລະ ພັດທະນາ ມຊ ໃຫ້ກາຍເປັນບ່ອນຜະລິດ ຊັບພະຍາກອນມະນຸດທີ່ມີຄຸນນະພາບ, ສ້າງມະຫາວິທະຍາໄລແຫ່ງຊາດ ໃຫ້ເປັນສູນຮຽນຮູ້ທີ່ທັນສະໄໝຮອບດ້ານ, ສ້າງ ມຊ ເປັນບ່ອນພັດທະນາບັນດິດຢ່າງມີຄຸນນະພາບ, ເອົາໃຈໃສ່ພັດທະນາ ມຊ ໃຫ້ກ້າວໜ້າ, ກ້າວໄກ ຫັນເອົາ ມຊ ເປັນບ່ອນກຸ້ມຕົນເອງທາງດ້ານການເງິນເທື່ອລະກ້າວ.

ຂ່າວ: ຂ່າວສານ ມຊ