KFC ປະສົບຄວາມສຳເລັດຢ່າງຍິ່ງ ໃນປະເທດຈີນ

59

ຖ້າເວົ້າເຖິງແບຣນໄກ່ຈືນທີ່ຫຼາຍຄົນມັກກິນ ຊື່ຂອງ KFC ແມ່ນເປັນຊື່ທີ່ຫຼາຍຄົນນຶກເຖິງ
ບໍ່ວ່າຈະເປັນເດັກຫລືຜູ້ໃຫຍ່ ກໍໜ້າອາດຈະເຄີຍຊິມໄກ່ຈືນແບຣນນີ້ກັນມາແລ້ວ ທ່ານຮູ້ບໍວ່າ ເຖິງວ່າສະຫະລັດອາເມຣິກາຈະເປັນຕົ້ນກຳເນີດຂອງ KFC ແຕ່ປະເທດທີ່ມີຈໍານວນສາຂາຂອງ KFC ຫລາຍທີ່ສຸດ ກັບເປັນປະເທດຈີນ ແລະ ຈີນ ກໍເປັນປະເທດທີ່ KFC ນັ້ນປະສົບຄວາມສຳເລັດຫລາຍທີ່ສຸດແຫ່ງໜຶ່ງໃນໂລກ ເຊັ່ນດຽວກັນ

ຍ້ອນຄືນໄປໃນປີ 1978 ເຕີ້ງ ສ່ຽວຜິງ ອະດີດຜູ້ນໍາທີ່ຍິ່ງໃຫຍ່ຂອງຊາວຈີນ ໄດ້ປະກາດນະໂຍບາຍເປີດປະເທດເພື່ອຕ້ອນຮັບການລົງທຶນຂອງນັກລົງທຶນຕ່າງຊາດ, ຫຼັງຈາກນັ້ນ 9 ປີ ຫລືໃນປີ 1987 Kentucky Fried Chicken ຫລື “KFC” ຮ້ານອາຫານຟາສຟູດ ກໍເຂົ້າໄປເປີດສາຂາໃນປະເທດຈີນ ຊຶ່ງຖືເປັນເຊນຣ້ານອາຫານຈາກຊາດຕະເວັນຕົກເຈົ້າທຳອິດໆ ທີ່ເຂົ້າໄປເປີດສາຂາບ່ອນນີ້. ຊ່ວງທຳອິດທີ່ເຂົ້າໄປເຮັດທຸລະກິດນັ້ນ KFC ບໍ່ປະສົບຄວາມສຳເລັດພໍປານໃດ ແລະຕ້ອງໃຊ້ເວລາພໍສົມຄວນໃນການເຮັດໃຫ້ຄົນຈີນຍອມຮັບໃນແບຣນແລະເມນູໄກ່ຈືນຂອງຕົນເອງ

ເຖິງວ່າການເຂົ້າໄປໃນຕະຫລາດຈີນກ່ອນ ຈະຖືເປັນປັດໄຈສຳຄັນທີ່ຊ່ວຍໃຫ້ແບຣນຂອງ KFC ນັ້ນປະສົບຄວາມສຳເລັດ ແຕ່ຍັງມີປັດໄຈອື່ນທີ່ຊ່ວຍສະໜັບສະໜູນຄວາມສຳເລັດຂອງເລື່ອງນີ້ນຳ. ຍົກຕົວຢ່າງເຊັ່ນ ໃນຊ່ວງທຳອິດ KFC ໃຊ້ກົນລະຍຸດເຮັດໃຫ້ຄົນຮູ້ຈັກແບຣນຫລາຍຂຶ້ນ ດ້ວຍການເປີດສາຂາໃກ້ໆ ຈຸດທ່ອງທ່ຽວຫຼັກ ເຊັ່ນ ໃກ້ໆກຳແພງເມືອງຈີນ ທີ່ມີນັກທ່ອງທ່ຽວຜ່ານໄປຜ່ານມາຈຳນວນຫລາຍ ເຊິ່ງແນ່ນອນວ່າໄດ້ຊ່ວຍເພີ່ມໂອກາດໃຫ້ KFC ສາມາດເຂົ້າເຖິງລູກຄ້າຫລາຍຂຶ້ນຕາມໄປນຳ

ແຕ່ປະເດັນທີ່ໜ້າສົນໃຈຫລາຍກວ່ານັ້ນກໍຄື ເຖິງວ່າ KFC ຈະເປັນອາຫານສັນຊາດອາເມຣິກັນ ແຕ່ KFC ມີການເຮັດວິໄຈແລະພັດທະນາເມນູຢູ່ສະເໝີໆ ແລະພ້ອມທີ່ຈະປັບເມນູໃຫ້ເຂົ້າກັບລົດສະນິຍົມຂອງຜູ້ບໍລິໂພກໃນແຕ່ລະປະເທດ ໃນກໍລະນີຂອງປະເທດຈີນນັ້ນຈະມີການປັບເມນູ ເຊັ່ນ: ມີບໍລິການໃຫ້ຊຸບໄກ່ຮ້ອນໆຟຣີ ເພາະຜູ້ບໍລິໂພກຊາວຈີນນັ້ນນິຍົມກິນຂອງຮ້ອນ ແລະຕ້ອງມີນ້ຳຊຸບກິນລະຫວ່າງວັນ ແລະ ມີການປັບລົດຊາດໄກ່ຈືນຢ່າງຕໍ່ເນື່ອງ ຈາກແຕ່ເກົ່າທີ່ມີພຽງໄກ່ຈືນກອບແບບອໍຣິຈິນໍ ແບບອາເມຣິກັນ ແຕ່ເມື່ອມາຂາຍໃນຈີນ KFC ກໍໄດ້ເພີ່ມຜັກສົດ ຈຳພວກໝາກແຕງກວາຫັ່ນບາງ, ຫົວຫອມ ເພື່ອເອົາໃຈລູກຄ້າຊາວຈີນ.

ແນ່ນອນວ່າດ້ວຍກົນລະຍຸດເຫຼົ່ານີ້ ເມື່ອລວມກັບການທີ່ຜູ້ບໍລິໂພກຊາວຈີນຈຳນວນຫລາຍມັກກິນຊີ້ນໄກ່ ຫລາຍກວ່າຊີ້ນສັດອື່ນໆ (ຈີນເປັນປະເທດທີ່ບໍລິໂພກຊີ້ນໄກ່ຫລາຍທີ່ສຸດໃນໂລກ) ກໍຍິ່ງເຮັດໃຫ້ເມນູຫຼັກຢ່າງໄກ່ຈືນຂອງ KFC ນັ້ນຂາຍດີໃນຕະຫລາດຈີນຕາມໄປພ້ອມ ແລະຖືວ່າເປັນຕົວຊ່ວຍສຳຄັນທີ່ສົ່ງຜົນໃຫ້ KFC ນັ້ນປະສົບຄວາມສຳເລັດຢ່າງວ່ອງໄວ ຮູ້ບໍວ່າໃນປີ 2020 ຈຳນວນສາຂາຂອງ KFC ທົ່ວໂລກນັ້ນມີຈຳນວນປະມານ 25.000 ແຫ່ງ ໂດຍປະມານ 32% ຫລືປະມານ 8.000 ສາຂາ ຕັ້ງຢູ່ໃນປະເທດຈີນ

ຂະນະທີ່ຍອດຂາຍລວມຂອງ KFC ນັ້ນ ມີສັດສ່ວນມາຈາກສາຂາໃນຈີນ ເຖິງ 26%
ທຽບກັບສາຂາໃນສະຫະລັດອາເມຣິກາ ທີ່ເປັນຕົ້ນກຳເນີດຂອງ KFC ທີ່ມີສັດສ່ວນລາຍໄດ້ຢູ່ພຽງແຕ່ 17% ປະຈຸບັນ KFC ເປັນແບຣນໃນເຄືອ ບໍລິສັດ Yum! Brands ໜຶ່ງໃນບໍລິສັດເຈົ້າຂອງແບຣນຮ້ານອາຫານທີ່ເປັນທີ່ນິຍົມຫລາຍທີ່ສຸດໃນໂລກ ໂດຍ KFC ສາຂາໃນປະເທດຈີນ ປະຈຸບັນຢູ່ພາຍໃຕ້ການເບິ່ງແຍງຂອງ “Yum China” ຊຶ່ງເປັນບໍລິສັດທີ່ Spin-off ຫລືແຕກຍ່ອຍອອກມາເປັນອິດສະຫລະຈາກບໍລິສັດແມ່ ຊຶ່ງກໍຄື Yum! Brands ໃນປີ 2016

ຊຶ່ງ Yum! Brands ຢັງເປັນເຈົ້າຂອງຣ້ານອາຫານຟາສຟູດ ທີ່ມີຊື່ສຽງອີກຫຼາຍແຫ່ງ ເຊັ່ນ Pizza Hut, Taco Bell ເລື່ອງລາວຄວາມສໍາເລັດຂອງ KFC ໃນປະເທດຈີນ ຖືວ່າເປັນກໍລະນີສຶກສາທີ່ໜ້າສົນໃຈ ກ່ອນໜ້ານີ້ຫຼາຍຄົນອາດຄິດວ່າ ການທີ່ KFC ປະສົບຄວາມສຳເລັດໃນຈີນນັ້ນ ເພາະການເຂົ້າສູ່ຕະຫລາດກ່ອນແບຣນຮ້ານອາຫານເຈົ້າອື່ນ ແຕ່ການມາກ່ອນກໍບໍ່ໄດ້ກາລັນຕີເຖິງຄວາມສຳເລັດສະເໝີໄປ ຢ່າງໃນກໍລະນີຂອງ KFC ນັ້ນ ກວ່າທີ່ແບຣນ KFC ຈະປະສົບຄວາມສຳເລັດ ກໍຕ້ອງມີການປັບໂຕ ມີການເຮັດວິໄຈແລະພັດທະນາເມນູ ເພື່ອຂາຍສິນຄ້າໃຫ້ຖືກປາກຜູ້ບໍລິໂພກຊາວຈີນ
ແລະເລື່ອງນີ້ສົ່ງຜົນໃຫ້ແບຣນຮ້ານອາຫານຟາສຟູດສັຍນຊາດອາເມຣິກັນລາຍນີ້ປະສົບຄວາມສຳເລັດໃນຕະຫລາດຈີນ ມາຈົນເຖິງທຸກມື້ນີ້..

ຂໍ້ມູນຈາກ: ນັກທຸລະກິດ New CEO Laos