ກໍາປູເຈຍ ເປີດເສັ້ນທາງ 38 ແຫ່ງ, ດ້ວຍມູນຄ່າການກໍ່ສ້າງ 150 ລ້ານໂດລາ ເພື່ອກະຕຸ້ນການທ່ອງທ່ຽວໃນເຂດ “ອັງກໍວັດ

211

ຕາມແຫຼ່ງທີ່ມາຈາກສໍານັກຂ່າວຊິນຫົວ ຂອງ ສປ ຈີນ ໄດ້ລາຍງານວ່າ:  ທ່ານ ຮຸນເຊນ, ນາຍົກລັດຖະມົນຕີກໍາປູເຈຍ ໄດ້ເປັນກຽດເຂົ້າຮ່ວມເປີດເສັ້ນທາງ 38 ແຫ່ງ ດ້ວຍຄວາມຍາວ 108 ກິໂລແມັດ ໃນແຂວງສຽມຣຽບ, ຊຶ່ງເປັນເສັ້ນທາງໃນສະຖານທີ່ເມືອງທ່ອງທ່ຽວຍອດນິຍົມອັນດັບຕົ້ນໆທາງດ້ານວັດທະນະທຳຂອງກໍາປູເຈຍ ໂດຍສະເພາະແມ່ນ ອັງກໍວັດ ຫຼື “ນະຄອນວັດ”. ພາຍຫຼັງໄດ້ເລີ່ມລົງມືກໍ່ສ້າງໃນເດືອນພະຈິກ 2020 ແລະ ສໍາເລັດການກໍ່ສ້າງ, ຕິດຕັ້ງລະບົບໄຟຈະລາຈອນ ແລະ ກ້ອງວົງຈອນ ເມື່ອຕົ້ນປີ 2022 ຜ່ານມາ, ດ້ວຍມູນຄ່າທັງໝົດປະມານ 150 ລ້ານໂດລາສະຫະລັດ.

ທ່ານ ຮຸນເຊນ ໄດ້ກ່າວຕໍ່ສື່ກໍາປູເຈຍ ບາງຕອນສໍາຄັນວ່າ: ບັນດາເສັ້ນທາງດັ່ງກ່າວທີ່ເປີດນໍາໃຊ້ໃນຄັ້ງນີ້, ລວມໄປເຖິງສະໜາມບິນສາກົນສຽມຣຽບ ໂດຍມີກໍານົດເປີດບໍລິການໃນທ້າຍປີ 2023 ຈະຊ່ວຍສົ່ງເສີມການທ່ອງທ່ຽວໃນແຂວງສຽມຣຽບ ໄດ້ເປັນຢ່າງດີ ແລະ ຈະສ້າງລາຍຮັບເຂົ້າປະເທດຢ່າງຫຼວງຫຼາຍ, ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ເລີ່ມມີທ່າອ່ຽງຫຼຸດລົງ.

ເຖິງແມ່ນວ່າໄລຍະຜ່ານມາ, ໂຄວິດ-19 ໄດ້ເຮັດໃຫ້ການທ່ອງທ່ຽວຢຸດສະງັກກໍ່ຕາມ, ແຕ່ການພັດທະນາກໍ່ຍັງສືບຕໍ່ກ້າວໜ້າໄປເລື້ອຍໆ ໂດຍສະເພາະແມ່ນ ສຽມຣຽບ ນັບວ່າເປັນເມືອງທ່ອງທ່ຽວມີສື່ສຽງທາງພາກເໜືອຂອງກໍາປູເຈຍ. ໃນນີ້,ເມືອງທ່ອງທ່ຽວທາງດ້ານວັດທະນະທຳອັງກໍວັດ ຫຼື ນະຄອນວັດ ມີພື້ນທີ່ປະມານ 401 ກິໂລແມັດ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກ ຈາກອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ຂອງສະຫະປະຊາຊາດ ຫຼື (ຢູເນສ໌ໂກ) ເມື່ອປີ 1992 ເປັນຕົ້ນມາ.

ສໍາລັບປີນີ້, ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽວຕ່າງປະເທດເຂົ້າມາຢ້ຽມຊົມໃນນະຄອນວັດແຫ່ງນີ້ເປັນຈໍານວນຫຼວງຫຼາຍ ພາຍຫຼັງທີ່ເປີດຮັບນັກທ່ອງທ່ຽວທີ່ສີດວັກຊີນຄົບໂຣສ໌ ໂດຍບໍ່ຕ້ອງກັກຕົວ. ສ່ວນປະຊາຊົນໃນທ້ອງຖິ່ນກໍ່ໄດ້ຮັບການສີດວັດຊີນຄົບແລ້ວເຊັ່ນກັນ.

ຂໍ້ມູນການທ່ອງທ່ຽວຂອງກໍາປູເຈຍ ຍັງລະບຸຕື່ມອີກວ່າ: ໃນໄລຍະ 3 ເດືອນຕົ້ນປີ 2022 ຫຼື ໄຕມາດທຳອິດຜ່ານມານີ້, ມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຊົມອັງກໍວັດ ຫຼື ນະຄອນວັດ ປະມານ 19.840 ຄົນ ເພີ່ມຂຶ້ນ 342 ສ່ວນຮ້ອຍ ຫາກທຽບໃສ່ກັບໄລຍະດຽວກັນຂອງປີ 2021.

ກ່ອນໜ້ານັ້ນ, ເມື່ອປີ 2019 ບັນຍາກາດການທ່ອງທ່ຽວຢູ່ນະຄອນວັດຄຶກຄັກສົມຄວນ ມີນັກທ່ອງທ່ຽວເຂົ້າມາຢ້ຽມຊົມສູງເຖິງ 2,2 ລ້ານເທ່ື່ອຄົນ; ຫຼັງຈາກນັ້ນ, ໃນປີ 2020-2021 ການທ່ອງທ່ຽວເລີ່ມງຽບເຫງົາຍ້ອນທົ່ວໂລກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ແລະ ມາຮອດປັດຈຸບັນ, ການທ່ອງທ່ຽວກໍ່ເລີ່ມຟື້ນຕົວເປັນກ້າວໆ.