ນະຄອນຫຼວງກຳນົດ 6 ຂໍ້ຫ້າມຂໍໃຫ້ທຸກຄົນຮ່ວມກັນປະຕິບັດຕະຫຼອດໄລຍະປີໃໝ່ລາວ

208

ເຖິງເວລານັບຖອຍຫຼັງສູ່ປີໃໝ່ລາວແລ້ວ ເພາະຍັງອີກພຽງ 2 ອາທິດເທົ່ານັ້ນກໍ່ແມ່ນວັນປີໃໝ່ ປ່ຽນ ພສ ເກົ່າໄປເປັນ ພສ ໃໝ່ແລ້ວ ແຕ່ແນ່ນອນ ປະເທດເຮົາແມ່ນຍັງມີຄວາມທ້າທາຍຫຼາຍດ້ານຕໍ່ສຸຂະພາບ ເນື່ອງຈາກໂຄວິດກຳລັງມີຕົວເລກທີ່ຫຼາຍຂຶ້ນທຸກວັນ. ສະນັ້ນ ເພື່ອເປັນການປ້ອງກັນສຸຂະພາບ ແລະຊີວິດຂອງປະຊາຊົນ, ປີນີ້ກໍ່ບໍ່ຕ່າງຫຍັງຈາກສອງປີຜ່ານມາ ຈັດສະຫຼອງປີໃໝ່ພໍເປັນພິທີ ຕາມຮີດຕາມຄອງບໍ່ເຮັດໂຫຼດໂຜນ ບໍ່ມີງານໃຫຍ່ມ່ວນຊື່ເຮຮາອັນເປັນການເຕົ້າໂຮມຄົນຈຳນວນຫຼາຍ.


ອີງຕາມຄຳສັ່ງ ສະບັບເລກທີ 04/ຈນວ ລົງວັນທີ 31 ມີນາ 2022 ຂອງນະຄອນຫຼວງ ວ່າດ້ວຍການຮັກສາຄວາມເປັນລະບຽບຮຽບຮ້ອຍໃນໄລຍະການສະເຫຼີມສະຫຼອງປີໃໝ່ລາວ ພສ 2565 ຢູ່ໃນນະຄອນຫຼວງວຽງຈັນ ແມ່ນໄດ້ກຳນົດ 6 ຂໍ້ຫ້າມໄວ້ດັ່ງນີ້:
1. ຫ້າມອົງການຈັດຕັ້ງຂອງລັດ, ເອກະຊົນ, ແລະສັງຄົມຢູ່ນະຄອນຫຼວງວຽງຈັນ ຈັດງານລ້ຽງ, ງານອວຍພອນສະຫຼອງປີໃໝ່ລາວ ພສ 2565 ເພື່ອປ້ອງກັນການຕິດເຊື້ອ ແລະແຜ່ເຊື້ອພະຍາດໂຄວິດ-19 ໃຫ້ມີຄວາມເຂັ້ມງວດ ທັງເປັນການປະຕິບັດມາດຕະການປະຢັດມັດທະຍັດ.


2. ຫ້າມຈັດຄອນເວີດ, ເປີດເຄື່ອງຂະຫຍາຍສຽງ ຫຼື ເສບດົນຕີ, ສະແດງສິລະປະດົນຕີກາງແຈ້ງຢູ່ຕາມສະຖານທີ່ຕ່າງໆເຊັ່ນ: ບໍລິເວນອ້ອມຮອບວັດວາອາຮາມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ສວນນ້ຳ, ຣີສອດ, ຫາດແຄມນ້ຳງື່ມ, ນ້ຳຂອງ, ຕາມແຄມຖະໜົນຫົນທາງ, ລວມທັງງານປະກວດນາງສັງຂານ, ງານແຫ່ນາງສັງຂານ ແລະງານອື່ນໆທີ່ເປັນການເຕົ້າໂຮມຄົນຈຳນວນຫຼາຍ.


3. ຫ້າມຫົດສາດນ້ຳສີ, ນ້ຳເປື້ອນ, ນ້ຳຄັນ ແລະນຳໃຊ້ພາຫະນະເລາະສາດນ້ຳໃຫ້ກັນຕາມຖະໜົນຫົນທາງ ຮ່າຍນ້ຳໃສ່ຖົງຢ່າງ ຫຼື ພາຫະນະອື່ນໆເພື່ອດືກແກວ່ງໃສ່ກັນ.


4. ຫ້າມນຸ່ງເຄື່ອງໂປ້ເປື້ອຍ ແລະການປະພຶດລາມົກອານາຈານ ຢູ່ຕາມວັດວາອາຮາມ, ສະຖານທີ່ສັກກາລະບູຊາ ແລະສະຖານທີ່ສາທາລະນະຕ່າງໆ.
5. ຫ້າມຫ້າມຜູ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະເສບສິ່ງມືນເມົາຂັບລົດ, ຜູ້ຂັບລົດແມ່ນບໍ່ໃຫ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະເສບສິ່ງມືນເມົາ(ດື່ມບໍ່ຂັບ-ຂັບບໍ່ດື່ມ).


6. ຫ້າມຈູດໝາກກະໂພກ, ກໍ່ສຽງແຕກ ແລະເປີດສຽງດົນຕີເນືອງນັນລົບກວນຜູ້ອື່ນ.
ຕະຫຼອດໄລຍະບຸນປີໃໝ່ແມ່ນໃຫ້ເຈົ້າໜ້າທີ່ທັງໜ່ວຍງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປ້ອງກັນບ້ານຕ່າງໆເຄື່ອນໄຫວລາດຕະເວັນຢ່າງເປັນປົກກະຕິ ເພື່ອປ້ອງກັນ ແລະແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງທັນການ.

ແຈ້ງການ