ພົບຜູ້ຕິດເຊື້ອໃໝ່ 2.762 ຄົນ, ນະຄອນຫຼວງວຽງຈັນ 1.345 ຄົນ

121

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 31 ມີນາ ປີ 2022 ວ່າ: ວັນທີ 30 ມີນາ 2022 ໄດ້ກວດວິເຄາະທັງໝົດ 5.688 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 2.762 ຄົນ (ຕິດເຊື້ອພາຍໃນ 2.743 ຄົນ ແລະ ນໍາເຂົ້າ 19 ຄົນ).


ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2.743 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 1.345 ຄົນ, ສະຫວັນນະເຂດ 364 ຄົນ, ໄຊຍະບູລີ 154 ຄົນ, ຄຳມ່ວນ 128 ຄົນ, ວຽງຈັນ 115 ຄົນ, ຜົ້ງສາລີ 86 ຄົນ, ອຸດົມໄຊ 71 ຄົນ, ອັດຕະປື 69 ຄົນ


ຫຼວງພະບາງ 65 ຄົນ, ຊຽງຂວາງ 60 ຄົນ, ສາລະວັນ 51 ຄົນ, ເຊກອງ 42 ຄົນ, ໄຊສົມບູນ 41 ຄົນ, ຫົວພັນ 40 ຄົນ, ບໍ່ແກ້ວ 40 ຄົນ, ບໍລິຄຳໄຊ 38 ຄົນ, ຫຼວງນ້ຳທາ 24 ຄົນ ແລະ ຈຳປາສັກ 10 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 19 ຄົນ ຈາກ ນະຄອນຫຼວງ 10 ຄົນ, ສະຫວັນນະເຂດ 6 ຄົນ, ບໍລິຄຳໄຊ 2 ຄົນ ແລະ ຈຳປາສັກ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 176.898 ຄົນ, ອອກໂຮງໝໍວານນີ້ 435 ຄົນ, ກຳລັງປິ່ນປົວ 5.784 ຄົນ ແລະ ເສຍຊີວິດທັງໝົດ 665 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກ ແຂວງຫຼວງນ້ຳທາ)