ດ່ວນ! ກະຊວງສຶກສາທິການແລະກີລາ ອອກແຈ້ງການ 8 ຂໍ້ ເພີ່ມທະວີປ້ອງກັນໂຄວິດ-19 ໂດຍໂຈະການຮຽນແບບເຊິ່ງໜ້າ ການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມ ປີທີ 1 – ປີທີ 4

361

ຫົວໜ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການໃນວັນທີ 23 ມີນາ 2022 ເລື່ອງການເພີ່ມທະວີ ມາດດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂອງຂະແໜງການສຶກສາທິການແລະກີລາ ເຊິ່ງມີເນືຶ້ອໃນດັ່ງນີ້:

1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ທຸກທ່ານໃຫ້ມາປະຈໍາການປົກກະຕິ, ກໍລະນີີຫ້ອງການມີຄວາມແອອັດ ແລະ ມີຄວາມສ່ຽງໃນການຕິດເຊື້ອພະຍາດ COVID-19 ແມ່ນໃຫ້ຈັດຕັ້ງຜັດປ່ຽນກັນມາປະຈໍາການ ເຮັດວຽກທາງໄກຢູ່ເຮືອນ, ການເຂົ້າຮ່ວມກິດຈະກໍາທາງສັງຄົມໃຫ້ມີສະຕິລະມັດລະວັງ ແລະ ໃຫ້ທຸກທ່ານສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດ COVID-19 ຢ່າງເຂັ້ມງວດ;


2. ບໍ່ອະນຸຍາດໃຫ້ຈັດກອງປະຊຸມ, ສໍາມະນາ, ປາຖະກະຖາ, ຝຶກອົບຮົມຕ່າງໆຢູ່ສະຖານທີ່ຕ່າງໆ ໃນຮູບແບບເຊິ່ງໜ້າ ທີ່ມີຜູ້ເຂົ້າຮ່ວມເກີນຈໍານວນ 50 ທ່ານ, ໃນກໍລະນີໜ້ອຍກວ່າ 50 ທ່ານ ແມ່ນ ອະນຸຍາດໃຫ້ຈັດໄດ້ ຫຼື ຫຼຸດຈໍານວນລົງຍິ່ງດີ ໃຫ້ເນັ້ນໃສ່ກອງປະຊຸມທາງໄກເປັນຫຼັກ ແລະ ຕ້ອງຮັບປະກັນວ່າສະຖານທີ່ດັ່ງກ່າວບໍ່ແອອັດ ແລະ ສາມາດຮັກສາໄລຍະຫ່າງໄດ້ຢ່າງໜ້ອຍ 1 ແມັດ, ຜູ້ເຂົ້າຮ່ວມກອງປະຊຸມຈະຕ້ອງໄດ້ຮັບການກວດຫາເຊື້ອ COVID-19 ດ້ວຍເຄື່ອງກວດແບບໄວ ທີ່ໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກ ຫຼື ກວດດ້ວຍ RT-PCR;


3. ສະຖານການສຶກສາ ທີ່ໄດ້ເປີດການຮຽນ-ການສອນ ໃຫ້ສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນ ເພື່ອປະເມີນຄວາມສ່ຽງຄືນ ແລະ ໃຫ້ພິຈາລະນາການຈັດການຮຽນ-ການສອນຕາມສະພາບຕົວຈິງ ແຕ່ລະທ້ອງຖິ່ນ ແລະ ຕາມການອະນຸມັດຂອງຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງ ແລະ ໃຫ້ປະຕິບັດຕາມ 10 ມາດຕະການ ແລະ 40 ຂໍ້ແນະນຳ ເພື່ອປ້ອງກັນພະຍາດ COVID-19 ຢ່າງເຂັ້ມງວດ;
4. ໃຫ້ໂຈະການເປີດການຮຽນ-ການສອນແບບເຊິ່ງໜ້າ, ໃຫ້ຈັດການຮຽນ-ການສອນແບບທາງໄກ ໃນສະຖານການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມ ປີທີ 1 – ປີທີ 4 ທັງພາກລັດ ແລະ ເອກະຊົນ ໃນແຂວງ, ນະຄອນຫຼວງ ແລະ ໃນເຂດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນຫຼາຍ;


5. ຫ້າມພະນັກງານ, ຄູອາຈານ, ນັກຮຽນ ນັກສຶກສາ ກິນເຂົ້າຮ່ວມກັນ ແລະ ຫຼີກລ່ຽງການນຳໃຊ້ ຖ້ວຍ, ບ່ວງ, ຈອກ ແລະ ສິ່ງຂອງ ທີ່ຄາດວ່າຈະ ເປັນແຫຼ່ງແຜ່ເຊື້ອພະຍາດ COVID-19 ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະບ່ອນ.
6. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ຊີ້ນຳ-ນຳພາ ນັກຮຽນ-ນັກສຶກສາໃນເກນອາຍຸ ໄດ້ຮັບວັກຊີນປ້ອງກັນພະຍາດ COVID-19 ໃນຂອບເຂດທົ່ວປະເທດ ໃຫ້ບັນລຸໄດ້ຕາມແຜນການຂອງກະຊວງສາທາລະນະສຸກ.
7. ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ເປັນປົກກະຕິ. ພ້ອມດຽວກັນນີ້ ໃຫ້ຕິດຕາມແຈ້ງການຂອງຄະນະສະເພາະກິດສູນກາງ ແລະ ຂອງທ້ອງຖິ່ນຕົນເປັນປົກກະຕິ.


8. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ໃນກໍລະນີທີ່ມີການປ່ຽນແປງ ຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບ ເປັນແຕ່ລະໄລຍະ.