ເລີ່ມໜັກມື້ນີ້ຍອດຜູ້ຕິດເຊື້ອໂຄວິດຢູ່ລາວ 2.328 ຄົນ, ນະຄອນຫຼວງ 1.329 ຄົນ

89

ຄະນະສະເພາະລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 22 ມີນາ ປີ 2022 ວ່າມາຮອດ ວັນທີ 21 ມີນາ 2022 ໄດ້ກວດວິເຄາະທັງໝົດ 5.976 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2.328 ຄົນ (ຕິດເຊື້ອພາຍໃນ 2.306 ຄົນ ແລະ ນໍາເຂົ້າ 22 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 2.306 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 1.329 ຄົນ, ສະຫັວນນະເຂດ 169 ຄົນ, ຊຽງຂວາງ 137 ຄົນ, ອຸດົມໄຊ 106 ຄົນ, ຄໍາມ່ວນ 85 ຄົນ, ໄຊຍະບູລີ 84 ຄົນ, ວຽງຈັນ 75 ຄົນ, ບໍ່ແກ້ວ 65 ຄົນ

ສາລະວັນ 63 ຄົນ, ບໍລິຄໍາໄຊ 49 ຄົນ, ຫົວພັນ 47 ຄົນ, ອັດຕະປື 22 ຄົນ, ໄຊສົມບູນ 20 ຄົນ, ຫຼວງພະບາງ 17 ຄົນ, ຫຼວງນໍ້າທາ 14 ຄົນ, ຈໍາປາສັກ 9 ຄົນ, ເຊກອງ 8 ຄົນ ແລະ ຜົ້ງສາລີ 7 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 22 ຄົນ ຈາກ ນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 01 ຄົນ, ຈໍາປາສັກ 1 ຄົນ, ຊຽງຂວາງ 07 ຄົນ ແລະ ຫົວພັນ 11ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 154.094 ຄົນ, ອອກໂຮງໝໍວານນີ້ 153 ຄົນ, ກຳລັງປິ່ນປົວ 2.280 ຄົນ ແລະ ເສຍຊີວິດທັງໝົດ 651 ຄົນ (ເສຍຊີວິດໃໝ່ 2 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 02 ຄົນ ຢູ່ ເຊກອງ 1 ຄົນ ແລະ ຈຳປາສັກ 1 ຄົນ.