ເທສລາ ປັບຂຶ້ນລາຄາລົດໄຟຟ້າ ຫຼັງນ້ຳມັນແພງຂຶ້ນ

88

ສຳນັກຂ່າວຣອຍເຕີລາຍງານວ່າ ບໍລິສັດເທສລາ ອິ້ງ ( Tesla Inc ) ຜູ້ຜະລິດລົດພະລັງງານໄຟຟ້າລາຍໃຫຍ່ໄດ້ປະກາດປັບຂຶ້ນລາຄາຂາຍລົດໄຟຟ້າໃນຈີນ ແລະ ສະຫະລັດ ເປັນຄັ້ງທີ 2 ໃນຮອບອາທິດ ໂດຍໃຫ້ເຫດຜົນວ່າຍ້ອນອັດຕາເງິນເຟີ້ເພີ່ມຂຶ້ນ ບວກກັບລາຄາວັດຖຸດິບເພີ່ມຂຶ້ນຈາກການຢຸດສະງັກຂອງຕ່ອງໂສ້ອຸປະທານ ໂດຍສະເພາະແມ່ນລາຄາໂລຫະຕ່າງໆທີ່ນຳໃຊ້ເຂົ້າໃນຂະບວນການຜະລິດ.

ການປັບຂຶ້ນຂອງລາຄາລົດໄຟຟ້າຍີ່ຫໍ້ເທສລາໃນສອງຕະຫຼາດໃຫຍ່ທັງໃນຈີນ ແລະ ສະຫະລັດອາເມຣິກາຄັ້ງນີ້ ປັບຂຶ້ນປະມານ 5 – 10% ໂດຍ ລົດລຸ້ນ Model 3 Rear-Wheel Drive ຂະນະນີ້ລາຄາຢູ່ທີ່ 46.990 ໂດລາສະຫະລັດ, ຂະນະທີ່ລຸ້ນ Model X Tri motor ເຊິ່ງເປັນລຸ້ນແພງທີ່ສຸດ ປັບຂຶ້ນ 12.500 ໂດລາ, ຈາກ 126.490 ໂດລາ ມາເປັນ 138.990 ໂດລາ.

ທັງນີ້, ຈາກປາກົດການທີ່ລາຄານ້ຳມັນໃນຕະຫຼາດໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ຍອດສັ່ງຊື້ລົດໄຟຟ້າໃນສະຫະລັດອາເມຣິກາເພີ່ມຂຶ້ນ ໂດຍຍອດສັ່ງຊື້ເພີ່ມຂຶ້ນເຖິງ 100% ພາຍໃນອາທິດດຽວ.

ໃນຂະນະດຽວກັນເວັບໄຊຂອງເທສລາໃນຈີນ ກໍປະກາດປັບລາຄາຂາຍລົດໄຟຟ້າຍີ່ຫໍ້ ເທສລາຂຶ້ນ ໂດຍລົດໄຟຟ້າລຸ້ນ Model 3 Performance ຂາຍໃນລາຄາ 367.900 ຢວນ ຫຼື ປະມານ 57.648 ໂດລາ ໂດຍກ່ອນວັນທີ 10 ມີນາ 2022 ລົດລຸ້ນດັ່ງກ່າວນີ້ຂາຍໃນລາຄາ 349.900 ຢວນຕໍ່ຄັນ.