ຍອດຜູ້ຕິດເຊື້ອໂຄວິດ ເພີ່ມຂຶ້ນສູງຢ່າງໜ້າຕົກໃຈ ມື້ນີ້ 722 ຄົນ, ນະຄອນຫຼວງວຽງຈັນ 478 ຄົນ

89

ຄະນະສະເພາະກິດດ ກະຊວງສາທາລະນະສຸກລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 15 ມີນາ ປີ 2022 ບອກເລີຍວ່າມື້ນີ້ຍອດຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນສູງຢ່າງໜ້າເປັນຫຼ່ວງ
ມາຮອດວັນທີ 14 ມີນາ 2022 ໄດ້ກວດວິເຄາະທັງໝົດ 3.037 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 722 ຄົນ (ຕິດເຊື້ອພາຍໃນ 693 ຄົນ ແລະ ນໍາເຂົ້າ 30 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 692 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 478 ຄົນ, ສະຫັວນນະເຂດ 58 ຄົນ, ຊຽງຂວາງ 30 ຄົນ, ຫົວພັນ 2 ຄົນ, ບໍລິຄໍາໄຊ 13 ຄົນ, ຄໍາມ່ວນ 12 ຄົນ, ວຽງຈັນ 11 ຄົນ, ໄຊສົມບູນ 11 ຄົນ, ອັດຕະປື 11 ຄົນ, ບໍ່ແກ້ວ 9 ຄົນ
ເຊກອງ 9 ຄົນ, ໄຊຍະບູລີ 8 ຄົນ, ຫຼວງພະບາງ 6 ຄົນ, ອຸດົມໄຊ 6 ຄົນ, ຫຼວງນໍ້າທາ 5ຄົນ, ສາລະວັນ 4 ຄົນ ແລະ ຈໍາປາສັກ 1 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 30 ຄົນ ຈາກ ສະຫວັນນະເຂດ 01 ຄົນ, ອັດຕະປື 02 ຄົນ, ຊຽງຂວາງ 02 ຄົນ, ບໍລິຄໍາໄຊ 05 ຄົນ, ຈໍາປາສັກ 09 ຄົນ ແລະ ຫົວພັນ 11 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 147.409 ຄົນ, ອອກໂຮງໝໍວານນີ້ 110 ຄົນ, ກຳລັງປິ່ນປົວ 1.203 ຄົນ ແລະ ເສຍຊີວິດທັງໝົດ 643 ຄົນ (ເສຍຊິວິດໃໝ່ 1 ຄົນ ຈາກແຂວງສາລະວັນ).