ຕິດເຊື້ອໂຄວິດໃໝ່ 208 ຄົນ, ນະຄອນຫຼວງວຽງຈັນ 103 ຄົນ

51

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 9 ມີນາ ປີ 2022 ວ່າມາຮອດວັນທີ 8 ມີນາ 2022 ໄດ້ກວດວິເຄາະທັງໝົດ 1,726 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 208 ຄົນ (ຕິດເຊື້ອພາຍໃນ 185 ຄົນ ແລະ ນໍາເຂົ້າ 23 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 185 ຄົນ ຈາກ 13 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 102 ຄົນ, ສະຫວັນນະເຂດ 30 ຄົນ, ຈຳປາສັກ 3 ຄົນ, ສາລະວັນ 1 ຄົນ, ອັດຕະປື 3 ຄົນ, ບໍ່ແກ້ວ 1 ຄົນ, ແຂວງວຽງຈັນ 5 ຄົນ, ຫຼວງພະບາງ 4 ຄົນ, ອຸດົມໄຊ 1 ຄົນ, ໄຊຍະບູລີ 5 ຄົນ
ຊຽງຂວາງ 5 ຄົນ, ບໍລິຄຳໄຊ 7 ຄົນ, ໄຊສົມບູນ 4 ຄົນ, ຫົວພັນ 14 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 23 ຄົນ ຈາກ ສະຫວັນນະເຂດ 9 ຄົນ, ຈຳປາສັກ 8 ຄົນ, ນະຄອນຫຼວງ 3 ຄົນ, ຫົວພັນ 2 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 144.759 ຄົນ, ອອກໂຮງໝໍວານນີ້ 81 ຄົນ, ກຳລັງປິ່ນປົວ 1.643 ຄົນ ແລະ ເສຍຊີວິດທັງໝົດ 635 ຄົນ (ເສຍຊິວິດໃໝ່ 1 ຄົນ ຈາກໄຊຍະບູລີ).