ມື້ນີ້ພົບຜູ້ຕິດເຊື້ອໂຄວິດໃໝ່ 231 ຄົນ, ນະຄອນຫຼວງວຽງຈັນ 132 ຄົນ

63

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 8 ມີນາ ປີ 2022 ວ່າມາຮອດ ວັນທີ 7 ມີນາ 2022 ໄດ້ກວດວິເຄາະທັງໝົດ 2.066 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 231 ຄົນ (ຕິດເຊື້ອພາຍໃນ 204 ຄົນ ແລະ ນໍາເຂົ້າ 27 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 204 ຄົນ ຈາກ 14 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 132 ຄົນ, ຫົວພັນ 12 ຄົນ, ຄຳມ່ວນ 10 ຄົນ, ຊຽງຂວາງ 9 ຄົນ, ເຊກອງ 8 ຄົນ, ອັດຕະປື 6 ຄົນ, ສະຫວັນນະເຂດ 5 ຄົນ, ໄຊຍະບູລີ 4 ຄົນ, ບໍລິຄຳໄຊ 4 ຄົນ


ວຽງຈັນ 4 ຄົນ, ບໍ່ແກ້ວ 3 ຄົນ, ຈຳປາສັກ 2 ຄົນ, ສາລະວັນ 2 ຄົນ, ຫຼວງພະບາງ 2 ຄົນ ແລະ ອຸດົມໄຊ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 27 ຄົນ ຈາກສະຫວັນນະເຂດ 14 ຄົນ, ຈໍາປາສັກ 4 ຄົນ ແລະ ຫົວພັນ 9 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 144.551 ຄົນ, ອອກໂຮງໝໍວານນີ້ 78 ຄົນ, ກຳລັງປິ່ນປົວ 1.670 ຄົນ ແລະ ເສຍຊີວິດທັງໝົດ 634 ຄົນ (ເສຍຊິວິດໃໝ່ 02 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 02 ຄົນ ຢູ່ ຈໍາປາສັກ 01 ຄົນ ແລະ ສະຫວັນນະເຂດ 01 ຄົນ.