1 ມີນາ ພົບຜູ້ຕິດເຊື້ອໂຄວິດໃໝ່ 224 ຄົນ, ນະຄອນຫຼວງ 64 ຄົນ

75

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 1 ມີນາ ປີ 2022 ວ່າ ມາຮອດວັນທີ 28 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2.255 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 224 ຄົນ (ຕິດເຊື້ອພາຍໃນ 189 ຄົນ ແລະ ນໍາເຂົ້າ 35 ຄົນ).


ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 142.967 ຄົນ, ອອກໂຮງໝໍວານນີ້ 134 ຄົນ, ກຳລັງປິ່ນປົວ 1.665 ຄົນ ແລະ ເສຍຊີວິດທັງໝົດ 623 ຄົນ (ເສຍຊິວິດໃໝ່ 2 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 189 ຄົນ ຈາກ 16 ແຂວງ ແລະ ນະຄອນ
ຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້

ນະຄອນຫຼວງ 64 ຄົນ, ຫົວພັນ 29 ຄົນ, ບໍລິຄໍາໄຊ 14 ຄົນ, ຊຽງຂວາງ 14 ຄົນ, ອັດຕະປື 10ຄົນ, ສະຫັວນນະເຂດ 9 ຄົນ, ຄໍາມ່ວນ 9 ຄົນ, ຫຼວງພະບາງ 8 ຄົນ, ວຽງຈັນ 6 ຄົນ

ໄຊສົມບູນ 6 ຄົນ, ສາລະວັນ 5 ຄົນ, ເຊກອງ 5 ຄົນ, ຜົ້ງສາລີ 3 ຄົນ, ໄຊຍະບູລີ 3 ຄົນ, ບໍ່ແກ້ວ 2ຄົນ, ອຸດົມໄຊ 2 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 35 ຄົນ ຈາກ ນະຄອນຫຼວງ 3 ຄົນ, ສະຫັວນນະເຂດ 3 ຄົນ, ຈຳປາສັກ 4 ຄົນ, ບໍລິຄຳໄຊ 9 ຄົນ, ຄຳມ່ວນ 6 ຄົນ, ຊຽງຂວາງ 5 ຄົນ ແລະ ຫົວພັນ 5 ຄົນ

ເຊິ່ງທັງໝົດປະຕິບັດຕາມ ມາດຕະການຂອງຄະນະສະເພາະກິດກຳນົດໄວ້
ສຳລັບຜູ້ເສຍຊີວິດໃໝ່ 2 ຄົນນັ້ນ ແມ່ນ 01 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ 1 ຄົນຢູ່ແຂວງບໍ່ແກ້ວ