ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອໂຄວິດໃໝ່ 52 ຄົນ, ຈາກທັງໝົດ 134 ຄົນ

56

ຂ້າພະເຈົ້າ ຈະມາລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 28 ກຸມພາ ປີ 2022.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ


ວັນທີ 27 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 1.318 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 134 ຄົນ (ຕິດເຊື້ອພາຍໃນ 108 ຄົນ ແລະ ນໍາເຂົ້າ 26 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 108 ຄົນ ຈາກ 12 ແຂວງ ແລະ ນະຄອນ
ຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້ ນະຄອນຫຼວງ 52 ຄົນ, ສາລະວັນ 11 ຄົນ, ຊຽງຂວາງ 10 ຄົນ, ໄຊຍະບູລີ 9 ຄົນ, ສະຫັວນນະເຂດ 8 ຄົນ, ຫົວພັນ 6 ຄົນ, ຄໍາມ່ວນ 3 ຄົນ, ບໍລິຄໍາໄຊ 3 ຄົນ


ຫຼວງພະບາງ 2 ຄົນ, ອັດຕະປື 2 ຄົນ, ວຽງຈັນ 1 ຄົນ, ບໍ່ແກ້ວ 1 ຄົນ ແລະ ສໍາລັບການຕິດເຊື້ອນໍາເຂົ້າ ມີ 26 ຄົນ ຈາກ ນະຄອນຫຼວງ 13 ຄົນ, ສະຫັວນນະເຂດ 7 ຄົນ, ຈຳປາສັກ 1 ຄົນ, ບໍລິຄຳໄຊ 3 ຄົນ, ສາລະວັນ 1 ຄົນ ແລະ ຫົວພັນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 142.743 ຄົນ, ອອກໂຮງໝໍວານນີ້ 144 ຄົນ, ກຳລັງປິ່ນປົວ 1.683 ຄົນ ແລະ ເສຍຊີວິດທັງໝົດ 621 ຄົນ (ເສຍຊິວິດໃໝ່ 0 ຄົນ).