ຢູ 23 ລາວ ເສຍໃຫ້ກັບ 0-2 ຮອບ 4 ທີມ, ກຽມໄປລຸ້ນອັນດັບ 3 ປອບໃຈ (ຄລິບ)

193

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີແຊັມກຸ່ມ B ລົງສະໜາມພົບກັບ ທີມຊາດໄທ ຢູ 23 ທີມອັນດັບ 2 ທີ່ດີທີ່ສຸດຈາກກຸ່ມ C ໃນຮອບ 4 ທີມສຸດທ້າຍຂອງການແຂ່ງຂັນບານເຕະຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີປະຈໍາປີ 2022 ທີ່ປະເທດກໍາປູເຈຍ ໃນແລງມື້ນີ້ວັນທີ 23 ກຸມພາ 2022 ເວລາ 16:00 ໂມງ

ເຊິ່ງກ່ອນແຂ່ງຂັນນັກເຕະລາວ ເຫຼືອຜູ້ຫຼິ້ນພຽງ 16 ຄົນ ເນື່ອງຈາກທີ່ເຫຼືອແມ່ນມີຜົນກວດໂຄວິດເປັນບວກ ເຮັດໃຫ້ຄູຝຶກຈັດທີມລໍາບາກ ກ່ອນຈົບການແຂ່ງຂັນ ທີມຊາດ ໄທ ເອົາຊະນະໄປ 2-0 (ເບິ່ງຄລິບລຸ່ມນີ້ )

ສ່ວນສະຖິຕິການພົບກັນຂອງ ຢູ 23 ລາວ ກັບ ຢູ 23 ໄທ ເຄີຍພົບກັນມາ 3 ຄັ້ງປາກົດວ່າ: ໄທ ຊະນະທັງໝົດ ເບິ່ງຄລິບລຸ່ມນີ້

ຂ່າວ: ຫຼ້າ MKP; ຮູບ: ສຕລ