ໄອ-ສະປອດ ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະນະຄອນຫຼວງ ກຽມຈັດ ລາວລີກ 2

114

ພິທີເຊັນສັນຍາສະໜັບສະໜູນດັ່ງກ່າວ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ກຸມພາ 2022 ໃຫ້ກຽດເຊັນສັນຍາໂດຍ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ທັງເປັນປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ຄົນປັດຈຸບັນ, ສ່ວນຕາງໜ້າຝ່າຍ ໄອ-ສະປອດ ແມ່ນ ທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານ ໄອ-ສະປອດ ທັງເປັນປະທານສະໂມສອນ ໄອ-ສະປອດ ເອັຟຊີ ສະໂມສອນໃນລາວລີກ 2 ພ້ອມດ້ວຍຄະນະຂອງທັງສອງຝ່າຍ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ເດດສົງຄາມ ທຳມະວົງ ປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ກ່າວວ່າ: ກ່ອນອື່ນໝົດຕ້ອງຂໍຂອບໃຈທາງ ໄອ-ສະປອດ ທີ່ມອບຂອງຂວັນທີ່ມີມູນຄ່າສູງເຂົ້າໃນການສະໜັບສະໜູນ ສະຫະພັນພວກເຮົາ ຈັດການແຂ່ງຂັນບານເຕະ ລາວລີກ 2 ທີ່ໄດ້ເສຍສະຫຼະທັງທຶນຮອນ ແລະ ເວລາໃນການປະກອບສ່ວນໃນຄັ້ງນີ້ ແນ່ນອນໃນອະນາຄົດກໍຈະມີການຮ່ວມມືກັນຕໍ່ ເພື່ອເຮັດໃຫ້ ສະຫະພັນບານເຕະນະຄອນຫຼວງ ກໍຄືວົງການບານເຕະລາວໄດ້ມີການພັດທະນາຂຶ້ນໄປເທື່ອລະກ້າວ.

ຂະນະດຽວກັນ ທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານ ໄອ-ສະປອດ ກ່າວວ່າ: ຂໍຂອບໃຈຢ່າງສູງກັບ ສະຫະພັນບານເຕະນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ໂອກາດພວກເຮົາມີສ່ວນຮ່ວມໃນການສ້າງ ແລະ ພັດທະນາວົງການບານເຕະໃນປະເທດເຮົາ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ແລະ ແນ່ນອນຫວັງວ່າໃນປີຕໍ່ໆໄປພວກເຮົາຈະໄດ້ມີການຮ່ວມມືກັນເລື້ອຍໆ. ດັ່ງທີ່ຮູ້ ໃນປີນີ້ແມ່ນປີທໍາອິດທີ່ ສະຫະພັນບານເຕະນະຄອນຫຼວງວຽງຈັນ ຮັບໜ້າທີ່ຈັດການແຂ່ງຂັນ ລາວລີກ 2 ແລະ ຂ້າພະເຈົ້າກໍເປັນຄົນທີ່ຮັກມັກໃນກີລາ ຈິ່ງໄດ້ຮ່ວມສະໜັບສະໜູນ ແລະ ຢາກເຫັນວົງການບານເຕະລາວກ້າວໄກ.

ສໍາລັບ ໄອ ສະປອດ ( AI-SPORT ) ຕົກລົງເຫັນດີສະໜັບສະໜູນລາຍການນະຄອນຫຼວງລາວລີກ2 ທີ່ສະຫະພັນນະຄອນຫຼວງ ຈະຈັດຂື້ນໃນກາງເດືອນມີນາ 2022, ເຊິ່ງເປັນເງິນສົດຈໍານວນໜຶ່ງ ເພື່ອເປັນເງິນລາງວັນໃນການແຂ່ງຂັນ ແລະ ເສື້ອໃຫ້ນັກເຕະດີເດັ່ນປະຈໍານັດ 1 ຜືນຕໍ່ 1 ນັດ.

ສ່ວນຝ່າຍ ສະຫະພັນບານເຕະນະຄອນຫຼວງວຽງຈັນ ຕ້ອງດຳເນີນການໃຫ້ຄວາມຮ່ວມມືໃນການຈັດກິດຈະກຳທາງດ້ານການຕະຫຼາດ ແລະ ໂຄສະນາຕ່າງໆເຊັ່ນ: ໂຄສະນາຜ່ານສື່ອອນລາຍ ( Social media), ປ້າຍຂ້າງສະນາມແຂ່ງຂັນ ແລະ ອະນຸຍາດໃຫ້ຮ້ານ ໄອ ສະປອດ ສາມາດຕັ້ງບູສທຸກນັດທີ່ມີການແຂ່ງຂັນ ລາຍການນະຄອນຫຼວງລາວລີກ 2 ປະຈໍາປີ 2022.
ຂ່າວ-ຮູບ: ຫຼ້າ MKP