ພົບເຊື້ອ ທັງໝົດ 239 ຄົນ,ນະຄອນຫຼວງວຽງຈັນ 53 ຄົນ

61

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 24 ກຸມພາ ປີ 2022 ວ່າໃນ ທີ 23 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.684 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 239 ຄົນ (ຕິດເຊື້ອພາຍໃນ ມີ 198 ຄົນ ແລະ ຕິດເຊື້ອນໍາເຂົ້າ 41 ຄົນ)

ດັ່ງນັ້ນຜູ້ຕິດເຊຶ້ອພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 141,933 ຄົນ, ເສຍຊີວິດສະສົມ 617 ຄົນ (ໃນນີ້ເສຍຊີວິດ ໃໝ່ 1 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 294 ຄົນ, ກໍາລັງປິ່ນປົວ 1.629 ຄົນ (ຜູ້ຕິດເຊື້ອໂຄວິດ ປະຈຸບັນ )

ຈຳນວນຕົວເລກ ການຕິດເຊືື້ອໃໝ່ພາຍໃນປະເທດມື້ວານນີ້ ທັງໝົດມີ 198 ຄົນ ຈາກ ນະຄອນຫຼວງວຽງຈັນ ແລະ 15 ແຂວງ ມີ ດັ່ງນີ້:
ນະຄອນຫຼວງ 53 ຄົນ, ບໍລິຄໍາໄຊ 34 ຄົນ, ສະຫັວນນະເຂດ 29 ຄົນ, ຫົວພັນ 16 ຄົນ, ອັດຕະປື 12 ຄົນ, ໄຊສົມບູນ 9 ຄົນ, ວຽງຈັນ 7 ຄົນ, ຊຽງຂວາງ 7 ຄົນ

ຫຼວງພະບາງ 5 ຄົນ, ຄໍາມ່ວນ 5 ຄົນ, ສາລະວັນ 5 ຄົນ, ໄຊຍະບູລີ 5 ຄົນ, ຜົ້ງສາລີ 4 ຄົນ, ຈໍາປາສັກ 3 ຄົນ, ຫຼວງນໍ້າທາ 2 ຄົນ ແລະ ອຸດົມໄຊ 2 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 41 ຄົນ ຈາກສະຫວັນນະເຂດ 16 ຄົນ, ຂຽງຂວາງ 9 ຄົນ, ບໍລິຄຳໄຊ 7 ຄົນ, ຈຳປາສັກ 4 ຄົນ, ນະຄອນຫຼວງ 3 ຄົນ ແລະ ຄຳມ່ວນ 2 ຄົນ, ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.

ສຳລັບຄົນທີ່ເສຍຊີວິດໃໝ່ 01 ຄົນ ຈາກ: ແຂວງຊຽງຂວາງ