ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 ທະນາຄານ ເອັສທີ ໄດ້ຮັບລາງວັນທຸລະກິດຄອບຄົວດີເດັ່ນ

158

ທະນາຄານ ເອັສທີ ເປັນຂະແໜງທຸລະກິດໜຶ່ງທີ່ຂຶ້ນກັບ ກຸ່ມ ບໍລິສັດ ເອັສທີ ໂດຍປີ 2021 ຜ່ານມາ ຕິດໜຶ່ງໃນ 20 ກວ່າຫົວໜ່ວຍຜູ້ປະກອບການທີ່ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່່ນ ແຫ່ງ ສປປ ລາວ ໃນນັ້ນ, ທະນາຄານ ເອັສທີ ຈໍາກັດ ໄດ້ຮັບລາງວັນ ປະເພດພິເສດ-ສາຂາລາງວັນທຸລະກິດຄອບຄົວດີເດັ່ນ ໂດຍພິທີມອບ-ຮັບລາງວັນໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2022 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

อาจเป็นรูปภาพของ 4 คน และ ผู้คนกำลังยืน

ອີງຕາມຂໍ້ມູນຈາກ ທ່ານ ສີທັດ ໄຊສຸລິວົງ ປະທານສະພາບໍລິຫານ ໄດ້ໃຫ້ຮູ້ວ່າ: ທະນາຄານ ເອັສທີ ຈຳກັດ ແມ່ນໜຶ່ງໃນທະນາຄານທຸລະກິດ ເອກະຊົນລາວເປັນເຈົ້າຂອງ ເຊິ່ງຖືຮຸ້ນ 100% ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ພຶດສະພາ 2009 ຕາມ ໃບອານຸຍາດ ເລກທີ: 12/ທຫລ.

ຕະຫຼອດໄລຍະຜ່ານມາ ທະນາຄານ ເອັສທີ ໄດ້ມີການພັດທະນາ ເພື່ອຮັບໃຊ້ສັງຄົມຢ່າງຕໍ່ເນືຶ່ອງ ພາຍໃຕ້ວິໄສທັດ: “ມີ ຄວາມມຸ່ງໝັ້ນໃນການປະຕິບັດຕົນໃຫ້ເປັນແບບຢ່າງໃນຕະຫຼາດການເງິນ ຂອງ ສປປ ລາວ ແລະ ເປັນສ່ວນໜຶ່ງໃນການຂັບເຄື່ອນທາງດ້ານເສດຖະກິດຂອງປະເທດ ໂດຍຜ່ານກິດຈະກຳຫຼັກຂອງທະນາຄານ, ພວກເຮົາຕ້ອງການຊ່ວຍເຫຼືອປັບປຸງມາດຕະຖານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເປັນວົງກວ້າງຕໍ່ສັງຄົມລາວ ເນື່ອງຈາກເປັນຖິ່ນຖານທີ່ພວກເຮົາຢູ່”

ທະນາຄານ ເອັສທີ ມີສາຍສຳພັນທີ່ດີອັນຍາວນານກັບລູກຄ້າ, ລັດຖະບານ, ອົງການຈັດຕັ້ງສັງຄົມ ແລະ ອົງການຄຸ້ມຄອງຕ່າງໆ ເຊິ່ງໄດ້ສ້າງປະສົບການທາງດ້ານທຸລະກິດຢູ່ຕະຫຼາດຂອງ ສປປ ລາວ ມາເປັນເວລາ 10 ກວ່າປີ. ສາຍສຳພັນດັ່ງກ່າວໄດ້ເຮັດໃຫ້ ທະນາຄານ ເອັສທີ  ຈຳກັດ ມີຈຸດຢືນທີ່ເຂັ້ມແຂງໃນການເຮັດວຽກຄຽງຄູ່ການຮ່ວມງານກັບຫຼາຍພາກສ່ວນຢ່າງມີປະສິດທິຜົນເພື່ອແກ້ໄຂປັບປຸງບັນດາສິ່ງທ້າທາຍທີ່ປະເຊີນໜ້າ.

ທ່ານ ໃຫ້ຮູ້ຕື່ມວ່າ: ພວກເຮົາໄດ້ດໍາເນີນການຕາມຄໍາສັນຍາ ແລະ ຕາມແຜນທີ່ຈະພັດທະນາ ທະນາຄານ ເອັສທີ ໃຫ້ເປັນທະນາຄານຕົ້ນແບບ 1 ໃນ 5 ໃນການປະຕິບັດຕາມຫຼັກການບາເຊິລ II (BASEL II) ຂອງ ທະນາຄານ ແຫ່ງ ສປປ ລາວ ແລະ ມາດຕະຖານການລາຍງານທາງດ້ານການເງິນສາກົນ (IFRS) ພາຍໃນປີ 2025 ຫລັງຈາກນີ້ເຮົາຈະສໍາເລັດໄດ້ຈາກການເຮັດໃຫ້ທະນາຄານເຮົາມີຄວາມແຂງແກ່ນທາງດ້ານທຶນທີ່ເກີນກວ່າມາດຕະຖານ ທະນາຄານ ແຫ່ງ ສປປ ລາວກໍານົດໄວ້ ແລະ ການວາງແຜນຍຸດທະສາດຂອງທະນາຄານ ດ້ວຍນະວັດຕະກໍາທາງການເງິນໃໝ່ໆ ພ້ອມທັງການໃຫ້ບໍລິການທີ່ດີເລີດເພື່ອເພີ່ມຄວາມເພິ່ງພໍໃຈສູງສຸດຂອງລູກຄ້າ.

อาจเป็นรูปภาพของ ข้อความ

ໃນດ້ານແນວຄວາມຄິດກ່ຽວກັບການສ້າງມູນຄ່າຂອງຜູ້ຖືຮຸ້ນ, ຖ້າຫາກປະເທດຊາດ ປະສົບຜົນສຳເລັດຫຼາຍປານໃດ ທະນາຄານ ເອັສທີ ຈຳກັດ ກໍຈະປະສົບຜົນສຳເລັດຫຼາຍເທົ່ານັ້ນ, ແຕ່ການຂະຫຍາຍ ຕົວ ໃນໄລຍະຍາວນັ້ນແມ່ນຂຶ້ນກັບວ່າພວກເຮົາຈະສາມາດບໍລິຫານຄວາມສ່ຽງໄດ້ດີປານໃດ ລວມເຖິງບັນຫາທາງດ້ານ ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມທີ່ສາມາດກີດຂວາງ ຫຼື ສົ່ງຜົນກະທົບຕໍ່ການພັດທະນາແບບຍືນຍົງນັ້ນ, ທ່ານ ປະທານສະພາບໍລິຫານຢືນຢັນ.