ພົບຜູ້ຕິດເຊື້ອໂຄວິດໃໝ່ 218 ຄົນ, ໄຊຍະບູລີ 78 ຄົນ

59

ຄະນະສະເພາະກິດ, ກະຊວງສາທາລະນະສຸກລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 21 ກຸມພາ ປີ 2022 ວ່າມາຮອດ ວັນທີ 20 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 1.925 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 218 ຄົນ (ຕິດເຊື້ອພາຍໃນ 204 ຄົນ ແລະ ນໍາເຂົ້າ 14 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 204 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ໄຊຍະບູລີ 78 ຄົນ, ຊຽງຂວາງ 29 ຄົນ, ນະຄອນຫຼວງ 24 ຄົນ, ອັດຕະປື 21 ຄົນ, ບໍລິຄຳໄຊ 12 ຄົນ, ສະຫວັນນະເຂດ 10 ຄົນ, ຫົວພັນ 10 ຄົນ, ສາລະວັນ 6 ຄົນ, ຄຳມ່ວນ 5 ຄົນ, ຈຳປາສັກ 4 ຄົນ


ເຊກອງ 4 ຄົນ, ວຽງຈັນ 3 ຄົນ, ໄຊສົມບູນ 2 ຄົນ, ຫຼວງພະບາງ 1 ຄົນ, ຫຼວງນ້ຳທາ 1 ຄົນ, ອຸດົມໄຊ 1 ຄົນ ແລະ ຜົ້ງສາລີ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 14 ຄົນ ຈາກ ຈຳປາສັກ 4 ຄົນ, ນະຄອນຫຼວງ 3 ຄົນ, ສະຫວັນນະເຂດ 3 ຄົນ, ບໍລິຄຳໄຊ 2 ຄົນ, ອັດຕະປຶ 1 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 141.301 ຄົນ, ອອກໂຮງໝໍວານນີ້ 38 ຄົນ, ກຳລັງປິ່ນປົວ 2.873 ຄົນ ແລະ ເສຍຊີວິດທັງໝົດ 612 ຄົນ (ເສຍຊິວິດໃໝ່ 2 ຄົນ).