ພົບຜູ້ຕິດເຊື້ອໂຄວິດໃໝ່ 194 ຄົນ, ນະຄອນຫຼວງວຽງຈັນ 36 ຄົນ

48

ຄະນະສະເພາະກິດ, ກະຊວງສາທາລະນະສຸກລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 20 ກຸມພາ ປີ 2022 ວ່າ ມາຮອດ
ວັນທີ 19 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 1.984 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 194 ຄົນ (ຕິດເຊື້ອພາຍໃນ 186 ຄົນ ແລະ ນໍາເຂົ້າ 8 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 186 ຄົນ ຈາກ 15 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້ ນະຄອນຫຼວງ 36 ຄົນ,ສະຫວັນນະເຂດ 26 ຄົນ, ຜົ້ງສາລີ 25 ຄົນ, ອັດຕະປື 24 ຄົນ, ຫົວພັນ 22 ຄົນ, ຊຽງຂວາງ 16 ຄົນ, ໄຊສົມບູນ 12 ຄົນ, ຄຳມ່ວນ 7 ຄົນ, ບໍລິຄຳໄຊ 4 ຄົນ
ບໍ່ແກ້ວ 3 ຄົນ, ອຸດົມໄຊ 3 ຄົນ, ໄຊຍະບູລີ 3 ຄົນ, ວຽງຈັນ 2 ຄົນ, ຫຼວງພະບາງ 2 ຄົນ ຫຼວງນ້ຳທາ 1 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 8 ຄົນ ຈາກ ນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ຈຳປາສັກ 6 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 141.083 ຄົນ, ອອກໂຮງໝໍວານນີ້ 362 ຄົນ, ກຳລັງປິ່ນປົວ 2,865 ຄົນ ແລະ ເສຍຊີວິດທັງໝົດ 610 ຄົນ (ເສຍຊິວິດໃໝ່ 2 ຄົນ).