ເອກພັດທະນາ ສະຖາບັນການເງິນຈຸລະພາກ ຜູ້ໄດ້ຮັບລາງວັນພິເສດ-ສາຂາທຸລະກິດເພື່ອສັງຄົມແບບຍືນຍົງ ປະຈໍາປີ 2021

290

ໃນບັນດາ 20 ກວ່າຫົວໜ່ວຍຜູ້ປະກອບການ ທີ່ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈໍາປີ 2021 ທີ່ໂຮງແຮມຄຣາວພລາຊາ ເມື່ອວັນທີ 4 ກຸມພາ 2022 ໜຶ່ງໃນນັ້ນກໍແມ່ນ ສະຖາບັນການເງິນຈຸລະພາກ ເອກພັດທະນາ ເຊິ່ງໃຫ້ກຽດມອບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ທ່ານ ນາງ ບຸນຕາ ບູລົມ ຮອງຜູ້ອໍານວຍການ ໄດ້ໃຫ້ຮູ້ວ່າ: ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (EMI) ເປັນສະຖາບັນ ການເງິນຈຸລະພາກທີ່ໄດ້ຮັບໃບອະນຸຍາດ ໃຫ້ດຳເນີນງານເພື່ອສະໜອງ ການບໍລິການການເງິນຈຸລະພາກແຫ່ງທຳອິດໃນ ສປປ ລາວ ພາຍໃຕ້ ຂໍ້ກຳນົດກົດລະບຽບ ວ່າດ້ວຍສະຖາບັນການເງິນຈຸລະພາກຂອງ ລັດຖະບານ ສປປ ລາວ ເຊິ່ງໄດ້ປະກາດໃຊ້ໃນປີ 2005 ແລະ ຈາກນັ້ນ ມາກໍໄດ້ມີການດັດແກ້ປັບປຸງໃນປີ 2008.

ສະຖາບັນສະຖາບັນການເງິນຈຸລະພາກ ເອກພັດທະນາ ໄດ້ໃຫ້ບໍລິການ ການເງິນ ແລະ ບໍ່ແມ່ນການເງິນໄປພ້ອມໆກັນ ເຊັ່ນ: ໃຫ້ການບໍລິການການເງິນ ພ້ອມດ້ວຍໃຫ້ຄວາມຮູ້ທາງດ້ານການເງິນ ເພື່ອເປັນການສ້າງວິໄນທາງດ້ານການເງິນ, ການບໍລິຫານທາງດ້ານການເງິນ ເພື່ອເຮັດແນວໃດໃຫ້ ລູກຄ້າສາມາດ ສ້າງຊັບສິນເພີ່ມຂຶ້ນ ມີອະນາຄົດທີ່ດີຂຶ້ນ ເຊິ່ງຕະຫຼອດໄລຍະ 10 ກວ່າປີຜ່ານມາ EMI ໃຫ້ບໍລິການເງິນຝາກຫລາຍກວ່າ 120.000 ບັນຊີ ແລະ ປ່ອຍກູ້ສະສົມຫລາຍກວ່າ 90 ລ້ານໂດລາ ຫລາຍກວ່າ 110.000 ບັນຊີ  ແລະ ຝຶກອົບຮົມໃຫ້ແກ່ນ້ອງໆນັກຮຽນກ່ຽວກັບການບໍລິຫານການເງິນຫລາຍກວ່າ 50.000 ຄົນ.

อาจเป็นรูปภาพของ 1 คน, กำลังยืน และ สถานที่ในร่ม

ທ່ານ ໃຫ້ຮູ້ອີກວ່າ: ຕະຫຼອດ 16 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສະຖາບັນການເງິນຈຸລະພາກ ເອກພັດທະນາ, ໄດ້ທຸ່ມເທຢ່າງສຸດຄວາມສາມາດ ເພື່ອໃຫ້ກາຍເປັນສະຖາບັນການເງິນທີ່ນໍາໜ້າ ທີ່ໃຫ້ບໍລິການທາງດ້ານການເງິນ ແລະ ບໍ່ແມ່ນການເງິນ ດ້ວຍທ່າກ້າວຢ່າງເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ຄຽງຄູ່ກັນນັ້ນ, ການດໍາເນີນທຸລະກິດກໍສອດຄ່ອງກັບລະບຽບຂອງທະນາຄານ ແຫ່ງ ສປປ ລາວ ວາງອອກໃນແຕ່ລະໄລຍະ. ໂດຍສະເພາະແມ່ນການຫັນປ່ຽນສະຖາບັນໄປຕາມກົນໄກເສດ ຖະກິດຕະຫຼາດ ແລະ ໝູນໃຊ້ເຕັກໂນໂລຊີທັນສະໄໝ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

ບົດຮຽນອັນສຳຄັນທີ່ສຸດສຳລັບການຜ່ານຜ່າອຸປະສັກແມ່ນ: 1) ມີການປັບຕົວ ແລະ ພັດທະນາຢູ່ຕະຫລອດເວລາ ເພື່ອໃຫ້ທັນກັບສະພາບປ່ຽນແປງຂອງຍຸກສະໄໝ 2) ເອົາລູກຄ້າເປັນຈຸດສູນກາງ ຄືລູກຄ້າພາຍໃນ (ບຸກຄະລາກອນ) ແລະ ລູກຄ້າພາຍນອກ 3) ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການດຳເນີນງານ ເພື່ອຫລຸດຜ່ອນຕົ້ນທຶນ ແລະ ບໍລິຫານໃຫ້ໄວຂຶ້ນ.

ຜົນງານ ແລະ ຜົນສຳເລັດທີ່ພົ້ນເດັ່ນຜ່ານມາ: ເປັນສະຖາບັນການເງິນແຫ່ງທຳອິດ ທີ່ເນັ້ນການປະຊາສຶກສາໃຫ້ຄວາມຮູ້ທາງດ້ານການເງິນໃຫ້ແກ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ແລະ ນ້ອງໆນັກຮຽນຢູ່ບັນດາໂຮງຮຽນແຫ່ງຕ່າງໆ; ໃຫ້ບໍລິການທາງດ້ານການເງິນ ແລະ ບໍ່ແມ່ນການເງິນທີ່ຫຼາກຫຼາຍ; ຜູ້ອຳນວຍການ ສກຈຮ ເອກພັດທະນາ ໄດ້ຖືກຄັດເລືອກໃຫ້ເປັນບຸກຄົນ 1 ໃນ 100 ຜູ້ມີວິໄສທັດໃນການດໍາເນີນທຸລະກິດໃນປີ 2019 ຈາກການຈັດອັນດັບຂອງອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວ (JICA); ເປັນສະຖາບັນການເງິນ ທີ່ມີການດໍາເນີນທຸລະກິດດີເດັ່ນໃນປີ 2019 ທີ່ໄດ້ຮັບການຍ້ອງຍໍຈາກ ທະນາຄານ ແຫ່ງ ສປປ ລາວ; ມີການຮ່ວມມືກັບຫຼາຍພາກສ່ວນທີ່ເປັນຫົວໜ່ວຍທຸລະກິດ ເຊັ່ນ: ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ, ບໍລິສັດ ອາລິອັນສ໌ ປະກັນໄພ, ບໍລິສັດ ລາວວິວັດ ປະກັນໄພ ແລະ ອົງການຈັດຕັ້ງສາກົນອື່ນໆ; ໄດ້ເຂົ້າເປັນສະມາຊິກຂອງສະມາຄົມການເງິນຈຸລະພາກ; ໄດ້ຮັບການຢັ້ງຢືນ ແລະ ຖືກຮັບຮອງເຂົ້າເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກໃນປີ 2021.

อาจเป็นรูปภาพของ ข้อความพูดว่า "EMI"
ຄຳຂັວນປະຈຳບໍລິສັດ ຫຼື ວິໄສທັດຂອງອົງກອນ: “ເພື່ອເປັນສະຖາບັນການເງິນຈຸລະພາກລະດັບແນວໜ້າ ໂດຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການ ບໍລິການດ້ານການເງິນທີ່ມີຄຸນນະພາບ ແລະ ໃຫ້ຄວາມຮູ້ທາງດ້ານການເງິນ ເພື່ອສ້າງຄວາມເຂັ້ມແຂງດ້ານເສດຖະກິດຂອງຄອບຄົວທີ່ມີລາຍໄດ້ຕໍ່າ ແລະ ປານກາງໃນ ສປປ ລາວ”